Ad

Ad

18 August 2016

ກຜງສ ລະດົມຄວາມຄິດເຫັນ ໃສ່ເອກະສານສຳຄັນຕ່າງໆ

          ກອງປະຊຸມຄົບຄະນະ ຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບສະ ພາແຫ່ງຊາດ (ກຜງສ) ໄດ້ຈັດຂຶ້ນແຕ່ວັນທີ 17-18 ສິງຫານີ້, ເພື່ອຄົ້ນຄວ້າ ປະກອບຄຳເຫັນໃສ່ບັນດາເອກະສານສຳຄັນຕ່າງໆ ກະກຽມເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ໂດຍສະເພາະ ເອກະສານກ່ຽວກັບພາລະບົດ ບາດຂອງ ກຜງສ, ແຜນການເຄື່ອນໄຫວຂອງກຳມາທິການ, ແຜນການປັບປຸງ ແລະ ການສ້າງກົດໝາຍໃນ 5 ປີ ໃນຂົງເຂດແຜນການ ການເງິນ ແລະ ການກວດສອບ, ບົດລາຍງານ ແລະ ແຜນການຕິດຕາມກວດກາ ຂອງກຳມາທິການ ຢູ່ຂະແໜງການ ແລະ ເຂດເລືອກຕັ້ງ, ບົດສະຫລຸບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະ ມານແຫ່ງລັດ ສົກປີ 2015-2016, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ສະຫລຸບ ແລະ ແຜນການເງິນ-ເງິນຕາ ປີ 2017, ພ້ອມນີ້ ກອງປະຊຸມ ຈະໄດ້ຜ່ານຮ່າງກົດໝາຍວ່າດ້ວຍການລົງທຶນ ແລະ ກົດໝາຍການກວດສອບສະບັບປັບປຸງ.


          ທ່ານ ວິໄລວົງ ບຸດດາຄຳ ປະທານ ກຜງສ ກ່າວໄຂກອງປະຊຸມວ່າ: ພາລະບົດບາດສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງ ກຜງສ ອັນຈະເປັນປະໂຫຍດ ຢ່າງໃຫຍ່ຫລວງໃຫ້ແກ່ ກຜງສ ແລະ ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ພາກສ່ວນຕ່າງໆໃນການສ້າງເງື່ອນໄຂ ໃຫ້ແກ່ການປະສານງານລະຫວ່າງອົງການນິຕິບັນຍັດ ແລະ ອົງການບໍລິ ຫານຕໍ່ກັບການພົວພັນວຽກງານ ເພື່ອພ້ອມກັນປະຕິບັດສາມພາລະບົດບາດ ຄື: ສ້າງນິຕິບັດຍັດ, ຕັດສິນບັນຫາສຳຄັນຂອງຊາດ ແລະ ຕິດຕາມກວດກາເພື່ອບໍລິການ ຮັບໃຊ້ປະຊາຊົນຢ່າງມີຄຸນນະພາບ ມີປະ ສິດທິຜົນກວ່າເກົ່າ ກໍຄື ເຮັດໃຫ້ວຽກງານ  ກຜງສ ກ້າວສູ່ຄຸນນະພາບ, ມີການປ່ຽນແປງທີ່ດີຂຶ້ນ ເພື່ອປະ ກອບສ່ວນເຂົ້າໃນການຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ລະບຽບການ, ຮັບປະ ກັນໃຫ້ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໄດ້ຮັບການຈັດຕັ້ງປະຕິບັດຕາມວິໄສທັດ, ຍຸດທະສາດ ແລະ ໃນກອບແຜນການຫ້າປີ ທີ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ໄດ້ຮັບຮອງເອົາ ເພື່ອນຳພາປະເທດຊາດ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາຮອດປີ 2020 ເຮັດໃຫ້ປະຊາຊົນຮັ່ງມີປະເທດຊາດມັ່ງຄັ້ງເຂັ້ມແຂງສັງຄົມສາມັກຄີປອງດອງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ.

No comments:

Post a Comment