Ad

Ad

18 August 2016

ຫ້ອງວ່າການສໍານັກງານປະທານປະເທດ ເຊື່ອມຊຶມກົດລະບຽບພັກ ສະໄໝທີ X

          ໃນວັນທີ 17 ສິງຫານີ້ ທີ່ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶ່ມລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ ແລະ ຂໍ້ກໍານົດຕ່າງໆຂອງກົມການ ເມືອງສູນກາງພັກ ເພື່ອແນໃສ່ເຮັດໃຫ້ບັນດາສະຫາຍຄະນະພັກ ແລະ ສະມາຊິກພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງດ້ານການເມືອງແນວຄິດ, ກໍາໄດ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍການເປັນປະທານຂອງສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານອາວຸໂສບໍານານເຂົ້າຮ່ວມ.

          ໃນໂອກາດນີ້, ສະຫາຍ ຄໍາເມີງ ພົງທະດີ ໄດ້ຍົກໃຫ້ເຫັນບັນດາເນື້ອໃນພື້ນຖານກ່ຽວກັບການກໍ່ ສ້າງພັກ, ວັດຖຸປະສົງຂອງພັກປະຊາຊົນປະຕິວັດລາວ, ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫລັກ ການຂອງພັກ, ລະບຽບການຂະຫຍາຍພັກ, ຫລັກການຈັດຕັ້ງ ແລະ ລະບົບສາຍໃຍການຈັດຕັ້ງຂອງພັກ, ການ
ຈັດຕັ້ງພັກແຕ່ລະຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ, ບົດບາດການນໍາພາຂອງພັກໃນການຊີ້ນໍາ-ນໍາພາບັນ ດາອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕິດຕາມກວດກາ, ການຍ້ອງຍໍ ແລະ ວິໄນຂອງພັກ. ພ້ອມດຽວກັນນີ້ທີ່ປະຊຸມຍັງໄດ້ຮັບຟັງ ແລະ ເຜີຍແຜ່ເອກະສານຄໍາແນະນໍາເລກທີ 265/ຄຈສພ ລົງວັນທີ 09 ພຶດສະພາ 2016 ກ່ຽວກັບບາງເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ X ແລະ ຂໍ້ກໍານົດຂອງກົມເມືອງສູນກາງພັກເລກທີ 52/ກມສພ ລົງວັນທີ 10 ກໍລະກົດ 2001 ວ່າດ້ວຍລະບຽບການຄຸ້ມຄອງຍົກຍ້າຍສະມາຊິກພັກ.

No comments:

Post a Comment