Ad

Ad

18 August 2016

ອຸຕຸເຕືອນ !!! ໃຫ້ລະວັງນ້ຳຖ້ວມ ຫລັງສາຂາແມ່ນ້ຳຂອງຈະຍື່ງຂຶ້ນໃນອີກສອງວັນຕໍ່ໜ້າ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນຕ່ຳທີ່ປົກຄຸມເຂດພາກເໜືອຂອງລາວ, ມີກຳລັງແຮງເພີ່ມຂຶ້ນອີກ, ພ້ອມນີ້ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ, ພ້ອມມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ໃນໄລຍະວັນທີ 18-19 ສິງຫານີ້, ຊຶ່ງຈະເຮັດໃຫ້ລະດັບນ້ຳຂອງ, ນ້ຳສາຂາ ຍັງສືບຕໍ່ຂຶ້ນສູງຕື່ມອີກ ແລະ ອາດຂຶ້ນສູງກວ່າເຂດລະ ວັງໄພ ຫລື ເຂດອັນຕະຫລາຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ທີ່ອາໃສຢູ່ໃນທົ່ວປະເທດ ໃຫ້ກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ນ້ຳຖ້ວມໄຫລຊຸແຮງ, ນ້ຳຖ້ວມຍຶ່ງ ແລະ ດິນເຈື່ອນ
ໂດຍສະເພາະປະຊາຊົນທີ່ອາໃສຕາມແຄມແມ່ນ້ຳໃຫ້ລະມັດລະວັງນ້ຳປ່າໄຫລຊຸແຮງ ແລະ ເກັບມ້ຽນວັດຖຸສິ່ງຂອງ ແລະ ສັດລ້ຽງໄວ້ທີ່ປອດໄພ. ສ່ວນຜູ້ທີ່ເດີນທາງດ້ວຍລົດໃນໄລຍະນີ້ ຂໍໃຫ້ລະມັດລະວັງຕໍ່ສະພາບທາງໝື່ນ ແລະ ດິນເຈື່ອນນຳອີກ.

No comments:

Post a Comment