Ad

Ad

17 August 2016

ສປປ ລາວ ແລະ ສ. ລີເບີເຣຍ ລົງນາມວ່າດ້ວຍການສ້າງຕັ້ງສາຍພົວພັນການທູດນຳກັນ

          ໃນວັນທີ 12 ສິງຫານີ້, ທີ່ນະຄອນຫລວງປັກກິ່ງ, ໄດ້ມີພິທີລົງນາມຖະແຫລງການຮ່ວມວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ລີເບີເຣຍ, ຕາງໜ້າໃຫ້ລັດຖະບານລາວ ລົງນາມໃນຖະແຫລງການຮ່ວມຄັ້ງນີ້ແມ່ນ ທ່ານນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສ. ລີເບີເຣຍ ລົງນາມແມ່ນທ່ານ Dudley Mckinley Thomas ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ລີເບີເຣຍ. ການລົງນາມສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນ ທັງເປັນການປະກອບສ່ວນເຂົ້າໃນ
ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ແລະ ສ. ລີເບີເຣຍ ໃນອານາຄົດ. ສາທາລະນະລັດ ລີເບີເຣຍ ກາຍເປັນປະເທດທີ 139 ທີ່ ສປປ ລາວ ມີການພົວພັນການທູດນຳ.

          ກົມກົງສູນ ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ປັດຈຸບັນປະເທດທີ່ບໍ່ຍົກເວັ້ນວີຊາທີ່ເກັບຄ່າທຳນຽນວີຊາກັບດ່ານສາກົນ ສຳລັບພົນລະເມືອງຂອງຕ່າງປະເທດທີ່ເຂົ້າມາ ສປປ ລາວ ມີ 192 ປະເທດ ແລະ ປະເທດທີ່ ສປປ ລາວ ໄດ້ເຊັນສັນຍາຍົກເວັ້ນວີຊາສອງຝ່າຍທີ່ມີຜົນບັງຄັບໃຊ້ມີ 46 ປະເທດ ແລະ ລາຍລະອຽດເບິ່ງໄດ້ທີ່ www.MOFA.la.com

No comments:

Post a Comment