Ad

Ad

17 August 2016

ຍີ່ປຸ່ນຊ່ວຍເຫລືອລາວນໍາໃຊ້ກົນຈັກທໍາລາຍລະເບີດບໍ່ທັນແຕກຢູ່ແຂວງຊຽງຂວາງ

            ພິທີລົງນາມສັນຍາໂຄງການນໍາໃຊ້ເຄື່ອງກົນຈັກທໍາລາຍລະເບີດບໍ່ທັນແຕກ (ລະເບີດລູກຫວ່ານ) ທີ່ແຂວງຊຽງຂວາງ, ໃນມູນຄ່າ 570.662 ໂດລາສະຫະລັດໄດ້ຈັດຂຶ້ນໃນວັນທີ 15 ສິງຫານີ້ຢູ່ສະຖານທູດຍີປຸ່ນປະຈໍາລາວ, ນະຄອນຫລວງວຽງຈັນ ລະຫວ່າງທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາຊະທູດຍີປຸ່ນປະຈໍາລາວ ແລະ ທ່ານ ຣຽວອິຈິໂຣະ ອາຣະກາວະ ປະທານອົງການເກັບກູ້ລະເບີດຍີປຸ່ນ (JMAS) ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.
           ໂຄງການດັ່ງກ່າວແນໃສ່ສົ່ງເສີມສະພາບແວດລ້ອມການເປັນຢູ່ທີ່ປອດໄພ ແລະ ການພັດທະ ນາຊົນນະບົດໃນແຂວງຊຽງຂວາງ, ໂດຍການເລັ່ງເກັບກູ້ລະເບີດບໍ່ທັນແຕກດ້ວຍເຄື່ອງຈັກທໍາລາຍລະເບີດລູກຫວ່ານ, ເຊິ່ງເຮັດໃຫ້ປະຢັດເວລາ ແລະ ເພີ່ມຄວາມປອດໄພອີກດ້ວຍ ແລະ ເປັນຄັ້ງທໍາອິດຂອງໂລກທີ່
ມີການຫັນປ່ຽນເອົາເຄື່ອງຈັກມານໍາໃຊ້ເຂົ້າໃນວຽກງານທີ່ມີອັນຕະລາຍນີ້ ເພື່ອຊ່ວຍອົງ ການເກັບກູ້ລະເບີດແຫ່ງຊາດລາວເລັ່ງລັດການເກັບກູ້ລະເບີດໃນລາວໃຫ້ໄດ້ໄວຍິ່ງຂຶ້ນທັງໃນຕໍ່ໜ້າ ແລະ ຍາວນານ.

           ອົງການ JMAS ໄດ້ປະຕິບັດຫລາຍໂຄງການເກັບກູ້ລະເບີດໃນ ສ ປປ ລາວ ຄື: ຢູ່ແຂວງຊຽງຂວາງລະຫວ່າງ 2005-2007, ສາລະວັນໃນປີ 2011 ,ຈໍາປາສັກແຕ່ 2011-2013 ແລະ ນະຄອນຫລວງວຽງຈັນແຕ່ປີ 2014-2015. ນອກຈການີ້, ລັດຖະບານຍີປຸ່ນຍາມໃດກໍໃຫ້ຄວາມສໍາຄັນວຽກງານແກ້ໄຂລະເບີດບໍ່ທັນແຕກ, ໂດຍຖືເອົາຂະແໜງດັ່ງກ່າວເປັນບູລິມະສິດໃນນະໂຍບາຍການຊ່ວຍເຫລືອດ້ານການພັດທະນາແກ່ລາວ, ໂດຍຜ່ານການຊ່ວຍເຫລືອດ້ານທຶນຮອນ ແລະ ອຸປະ ກອນອັນຈໍາເປັນ ເຊັ່ນ: ເຄື່ອງກວດຫາລະເບີດ, ເຄື່ອງຈັກຕັດຫຍ້າ, ການສ້າງຄວາມເຂັ້ມແຂງດ້ານວິຊາການ, ພະນັກງານ, ສະໜັບສະໜູນວຽກງານໂຄສະນາສຶກສາຊຸມຊົນເພື່ອຫລີກລ້ຽງຄວາມສ່ຽງໄພອັນຕະລາຍຈາກລະເບີດບໍ່ທັນແຕກ ແລະ ການປີ່ນປົວຜູ້ໄດ້ຮັບເຄາະຮ້າຍອີກດ້ວຍ.

No comments:

Post a Comment