Ad

Ad

31 August 2016

ນຳສະເໜີໂທລະສັບ SAMSUNG Galaxy Note 7 ຢູ່ລາວ

          ວັນທີ 29 ສິງຫານນີ້, ບໍລິສັດໄທຊຳຊຸງ (SAMSUNG) ອີເຣັກໂທຣນິກ ຈຳກັດໄດ້ຈັດພິທີນຳສະເໜີໂທລະສັບ SAMSUNG Galaxy Note 7 ຂຶ້ນທີ່ໂຮງແຮມດອນຈັນພາເລດ ນະຄອນ ຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຊິງໂຮຊອຍ ຜູ້ຈັດການໃຫຍ່ບໍລິສັດໄທຊຳຊຸງ ປະຈຳລາວ ແລະ ກຳປູເຈຍ, ມີປະທານບໍລິຫານຮ້ານຊຳຊຸງ LTH, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
          ຜູ້ຈັດການໃຫຍ່ບໍລິສັດໄທຊຳຊຸງກ່າວວ່າ: ປັດຈຸບັນຄືຍຸກໄອທີ ແລະ ສິ່ງທີ່ຈະມາຕອບສະໜອງໃນຊີວິດປະຈຳວັນຂອງພວກເຮົາກໍແມ່ນຄວາມທັນສະໃໝ,ຊຶ່ງມີຢູ່ໃນໂທລະສັບ SAMSUNG Galaxy Note 7 ທີ່ນຳສະເໜີໃນມື້ນີ້, ຊຶ່ງຖືເປັນນະວັດຕະກຳໃໝ່ຫຼ້າສຸດຂອງໂທລະສັບຊຳຊຸງ, ຊຶ່ງມີຄວາມ
ທັນສະໃໝທີ່ຊຳຊຸງພັດທະນາຂຶ້ນມາເພື່ອຮັບຮອງຄວາມຕ້ອງການຂອງຜູ້ຊົມໃຊ້, ເພາະ SAMSUNG Galaxy Note 7 ຖືກອອກແບບໃຫ້ມີຄວາມສວຍງາມ, ບາງ, ເບົາ, ຫຼູ່ຫຼາພົບພາສະດວກ ແລະ ມີຄວາມທົນທານ,ໂດຍສະເພາະແມ່ນໜ້າຈໍ ແລະ ແບັກເຕີລີ, ມາພ້ອມກັບຄວາມແຈ້ງຂອງກອງຖ່າຍຮູບທີ່ສາມາດຖ່າຍຢູ່ບ່ອນມືດໂດຍບໍ່ຕ້ອງໃຊ້ແຟັຣດ, ພິເສດໂທສະສັບລຸ້ນນີ້ມີຄວາມປອດໄພເປັນເລີດ, ດ້ວຍການປົດລ໋ອກດ້ວຍການສະແກມດວງຕາຂອງຜູ້ໃຊ້ງານ, ພ້ອມຍັງມີບິກທີ່ອອກແບບມາເປັນພິເສດເພື່ອໃຊ້ຂີດຂຽນ ແລະ ລະບາຍສີໄດ້ສົມຈິງຄືກັບຢູ່ເຈ້ຍ, ສິ່ງສຳຄັນແມ່ນໂທລະສັບລຸ້ນນີ້ສາມາດກັນນຳໄດ້ໃນຄວາມເລິກເຖິງ 1,5 ແມັດ,ໃນໄລຍະເວລາ 30 ນາທີ ແລະ ຖ້າຫາກລູກຄ້າໃດທີ່ຊື້ໂທລະສັບ SAMSUNG Galaxy Note 7 ໄລຍະນີ້ຈະມີຂອງແຈກຂອງແຖມຢ່າງຫຼວງຫຼາຍ.
          ຝ່າຍການຕະຫຼາດບໍລິສັດດັ່ງກ່າວໃຫ້ຮູ້ອີກວ່າ: ໃນວັນທີ 10 – 11 ກັນຍານີ້, ຊຳຊຸງຍັງຈະຈັດກິດຈະກຳຄັ້ງຍິ່ງໃຫຍ່ຊື້ 1 ແຖມ 1 ແບບບໍ່ເຄີຍມີຢູ່ໃສ່ມາກ່ອນ,ຂື້ນທີ່ສູນການຄ້າວຽງຈັນເຊັນເຕີ. 

No comments:

Post a Comment