Ad

Ad

30 August 2016

ນາຍົກສັ່ງໃຫ້ສຸມໃສ່ຕິດຕາມ ແລະ ຊ່ວຍເຫລືອຜູ້ປະສົບໄພທໍາມະຊາດຢ່າງໃກ້ຊິດ

            ໃນກອງປະຊຸມຄະນະລັດຖະບານປະຈໍາເດືອນສິງຫາທີ່ສໍາເລັດລົງເມື່ອທ້າຍອາທິດຜ່ານມານີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໂດຍໄດ້ສະແດງຄວາມເປັນ ຫວ່ງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະໃນເຂດພາກເໜືອທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເມື່ອມໍ່ໆມານີ້, ລວມເຖິງການແຜ່ລະບາດຂອງສັດຕູພືດ (ຕັກກະແຕນຝູງ), ຕໍ່ສະພາບດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ສັ່ງໃຫ້ພາກສ່ວນກ່ຽວຂ້ອງຕ່າງໆ ເປັນຕົ້ນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂຍທາທິການ ແລະ ຂົນສົ່ງ, ກະສິກໍາ-ປ່າໄມ້, ສຶກສາທິການ ແລະ ກິລາ, ສາທາລະ ນະສຸກ ແລະ ອື່ນໆ ໃຫ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນທຸກຂັ້ນຢູ່ບັນດາແຂວງພາກເໜືອ ເພື່ອລົງສໍາຫລວດກວດກາພື້ນທີ່ໄດ້ຮັບຜົນກະທົບ ແລະ ສັງລວມຜົນເສຍຫາຍໃຫ້ລະອຽດ ເພື່ອຊ່ວຍ ເຫລືອສຸກເສີນເບື້ອງຕົ້ນແກ່ປະຊາຊົນຜູ້ປະສົບໄພໃຫ້ທ່ວງທັນເວລາ ແລະ ມີປະສິດທິຜົນ, ພ້ອມໃຫ້ເລັ່ງສ້ອມແປງຖະໜົນຫົນທາງ, ລະບົບຊົນລະປະທານ, ໂຮງຮຽນ, ສຸກສາລາທີ່ເປ່ເພໃຫ້ກັບຄືນສູ່ສະພາບປົກກະຕິ ແລະ
ສາມາດນໍາໃຊ້ໄດ້. ພ້ອມກັນນັ້ນຕ້ອງກະກຽມແນວພັນເຂົ້າ, ພືດຜັກ ແລະ ຊຸກຍູ້ໃຫ້ເຂົາເຈົ້າເຮັດການຜະລິດນາຕ່າວໃນບ່ອນທີ່ມີເງື່ອນໄຂ ແລະ ປູກພືດທົດແທນ, ສະໜອງຢາປົວພະຍາດ ແລະ ປີ່ນປົວຜູ້ເຈັບເປັນ, ພ້ອມທັງເຝົ້າລະວັງໂລກລະບາດຕ່າງໆທີ່ຈະຕາມມາ ເພື່ອໃຫ້ຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ, ຖ້າພົບບັນຫາຍຸ້ງຍາກເກີນກວ່າຂະແໜງການ ຫລື ທ້ອງຖິ່ນຈະຮັບໄດ້ແມ່ນໃຫ້ຮີບຮ້ອນລາຍງານລັດຖະບານເພື່ອມີມາດຕະການແກ້ໄຂຢ່າງທັນການ, ສ່ວນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ຄະນະປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໃຫ້ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດຢ່າງເປັນປະຈໍາ ແລ້ວແຈ້ງເຕືອນລ່ວງໜ້າຜ່ານສື່ມວນຊົນ ເປັນຕົ້ນ: ໜັງສືພີມ, ວິທະຍຸ ແລະ ໂທລະພາບ ເພື່ອໃຫ້ປະຊາຊົນໄດ້ຮັບຊາບຢ່າງທັນການ ແລະ ກຽມພ້ອມຮັບມືເພື່ອຫລຸດຜ່ອນທາງດ້ານຜົນເສຍຫາຍຕໍ່ຊີວິດ ແລະ ຊັບສີນຂອງເຂົາເຈົ້າ.   

No comments:

Post a Comment