Ad

Ad

19 October 2016

ຍີ່ປຸ່ນໃຫ້ການຊ່ວຍເຫຼືອການບໍລິການສຸຂະພາບຜົ້ງປາກໃນ ສປປ ລາວ

          ລັດຖະບານຍີ່ປຸ່ນໄດ້ຕົກລົງສືບຕໍ່ໃຫ້ທຶນຊ່ວຍເຫຼືອລ້າການບໍລິການສຸຂະພາບໂຜ້ງປາກໃນ ສປປ ລາວ ເປັນມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ. ເຊິ່ງພິທີເຊັນສັນຍາໂຄງການດັ່ງກ່າວໄດ້ມີຂຶ້ນໃນວັນທີ 18 ຕຸລານີ້ ທີ່ສະຖານທູດຍີ່ປຸ່ນປະຈໍາລາວ, ລະຫວ່າງ ທ່ານ ຄາຊູໂນຣິ ຄາວາດະ, ອຸປະທູດ ແຫ່ງສະຖານທູດຍີປຸ່ນປະຈໍາລາວ ແລະ ທ່ານ ໂຕະຊິມິຊຶ ໂມະຈິດະ, ຕາງໜ້າອົງການຊ່ວຍເຫຼືອສາກົນທາງດ້ານການສຶກສາທັນຕະກໍາແຫ່ງປະເທດຍີ່ປຸ່ນ (OISDE) ເຊິ່ງແມ່ນອົງການບໍ່ຫວັງຜົນກໍາລັງຈາກປະເທດຍີ່ປຸ່ນ, ໂດຍມີພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ.

          ໂຄງການດັ່ງກ່າວມີຊື່ວ່າ: ໂຄງການຝຶກອົບຮົມການບໍລິການສຸຂະພາບຜົ້ງປາກໃຫ້ແກ່ນາງພະຍາບານ, ນັກຮຽນໂຮງຮຽນເຕັກນິກພະຍາບານ ແລະ ພະນັກງານພະແນກສາທາລະນະສຸກ ແຂວງຄໍາມ່ວນ ແລະ ສະຫວັນນະເຂດ”, ເຊິ່ງເປັນທຶນຊ່ວຍເຫຼືອປີທີ 2 ຂອງການຈັດຕັ້ງປະຕິບັດໃນ 3 ປີ. ຂອງອົງການ OISDE ທີ່ໄດ້ເຄື່ອນໄຫວກ່ຽວກັບວຽກງານດັ່ງກ່າວໃນລາວນັບແຕ່ປີ 2002 ຢູ່ ແຂວງວຽງຈັນເປັນຕົ້ນມາ.
          ໂຄງການດັ່ງກ່າວແມ່ນການຊ່ວຍເຫຼືອຕ່າງໆທີ່ສໍາຄັນໃຫ້ແກ່ນາງພະຍາບານຢູ່ສຸກສາລາ ແລະ ນັກຮຽນຂອງໂຮງຮຽນເຕັກນິກພະຍາບານ, ນອກຈາກນີ້ຍັງມີການກວດສຸຂະພາບຜົ້ງປາກ ແລະ ການຈັດກິດຈະກໍາສິດສອນຕ່າງໆໃນທ້ອງຖິ່ນອີກດ້ວຍເພື່ອແນໃສ່ຊ່ວຍສົ່ງເສີມດູແລສຸຂະພາບຜົ້ງປາກອັນຈະຊ່ວຍຫລຸດຜ່ອນພະຍາດແຂ້ວ ແລະ ພະຍາດຜົ້ງປາກຂອງປະຊາຊົນທ້ອງຖິ່ນຕ່າງໆ.

No comments:

Post a Comment