Ad

Ad

19 October 2016

ລາວກຽມຮັບຮອງປຶ້ມຄູ່ມືປະຕິບັດວຽກຂໍ້ມູນຂ່າວສານຕະຫລາດແຮງງານ


        ວັນທີ 13-14 ຕຸລາຜ່ານມານີ້, ພະແນກຂໍ້ມູນຂ່າວສານ ຕະຫລາດແຮງງານ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ຮັບຮອງເອົາປຶ້ມຄູ່ມືປະຕິບັດຂໍ້ມູນຂ່າວສານຕະຫລາດແຮງງານ ຂຶ້ນທີ່ແຂວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າກົມພັດທະນາ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
          ກອງປະຊຸມ ໄດ້ສະເໜີຈຸດປະສົງ, ຄວາມເປັນມາ ແລະ ຄາດໝາຍທີ່ຈະໄດ້ຮັບໃນການເຮັດປຶ້ມຄູ່ມືປະຕິບັດງານຂໍ້ມູນຂ່າວສານຕະຫລາດແຮງງານ, ພ້ອມທັງຫລັກການວິເຄາະຂໍ້ມູນດ້ານຕະຫລາດ
ແຮງງານໃຫ້ສອດຄ່ອງກັບການປ່ຽນແປງທາງດ້ານເສດຖະກິດ, ແຜນປະຕິ ບັດງານໃນການສ້າງຂໍ້ມູນດ້ານຕະຫລາດແຮງງານກົນໄກການເກັບກຳຂໍ້ມູນຂ່າວ ສານຕະຫລາດແຮງານ ແລະ ອື່ນໆຈາກຜູ້ຊ່ຽວຊານດ້ານຕະຫລາດແຮງງານ. ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອເຮັດໃຫ້ປຶ້ມຄູ່ມືປະຕິບັດວຽກງານຂໍ້ມູນຂ່າວສານຕະຫລາດແຮງງານສົມບູນ ແລະ ຄົບຖ້ວນຂຶ້ນ.

          ທ່ານຫົວໜ້າພະແນກຂໍ້ມູນຂ່າວສານຕະຫລາດແຮງງານ ກ່າວວ່າ: ເພື່ອໃຫ້ເຫັນຄວາມສຳຄັນ ແລະ ມີສ່ວນຮ່ວມໃນການສະໜອງ ແລະ ນຳໃຊ້ຂໍ້ມູນຂ່າວສານຕະຫລາດແຮງງານ, ເພີ້ມຄວາມເຂົ້າ ໃຈກ່ຽວກັບແບບຟອມການເກັບກຳຂໍ້ມູນ (ຜູ້ຕ້ອງການຊອກຫາວຽກ ແລະ ຜູ້ຕ້ອງການແຮງງານ), ຮຽນຮູ້ວິທີເກັບກຳ ແລະ ປ້ອນຂໍ້ມູນ, ພ້ອມທັງຮູ້ນຳໃຊ້ຮູບແບບ ແລະ ວິທີການວິເຄາະຂໍ້ມູນຕ່າງໆ, ພ້ອມນີ້ ຍັງໄດ້ຮຽນຮູ້ວຽກງານອື່ນໆກ່ຽວກັບຂໍ້ມູນຂ່າວສານຕະຫລາດແຮງງານຂອງລາວໃຫ້ນັບມື້ມີປະສິດທິພາບຂຶ້ນເລື້ອຍໆ. ພາຍຫລັງກອງປະຊຸມສຳເລັດ ຈະຊ່ວຍໃຫ້ພາກສ່ວນກ່ຽວຂ້ອງມີຄວາມເຂົ້າໃຈລະອຽດກ່ຽວກັບລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ແລະ ການນຳໃຊ້ຄູ່ມືວຽກງານຂໍ້ມູນຂ່າວສານຕະຫລາດແຮງງານໃນການສະໜອງຂໍ້ມູນ, ມີເຄືອຄ່າຍ ແລະ ກົນໄກການປະສານງານຂໍ້ມູນຂ່າວສານຕະຫລາດແຮງງານແຕ່ລະຂົງເຂດ, ມີຕາຕະລາງຕິດຕາມຂໍ້ມູນຢ່າງລະອຽດເພື່ອປ້ອນເຂົ້າສູ່ຖານຂໍ້ມູນຂ່າວສານຕະຫລາດແຮງງານ, ມີຮູບແບບ ແລະ ໂຄງຮ່າງການລາຍງານຂໍ້ມູນໃຫ້ລະອຽດຖີ່ຖ້ວນ.

No comments:

Post a Comment