Ad

Ad

19 October 2016

ທ່ານຮອງນາຍົກລັດຖະມົນຕີເຂົ້າຮ່ວມພິທີສະເຫຼີມສະຫຼອງວັນອາຫານໂລກ; ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ


           ເຊົ້າວັນທີ 15 ຕຸລານີ້ ແຂວງໄຊຍະບູລີໄດ້ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 36 ປີ; ວັນສາກົນແລະສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 23 ປີ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນຮອງນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີ, ທ່ານເຈົ້າແຂວງ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ; ແຂກປະຈຳລາວກໍໄດ້ເຂົ້າຮ່ວມນຳອີກ.
           ການສະເຫຼີມສະຫຼອງວັນປະຫວັດສາດສຳຄັນດັ່ງກ່າວເພື່ອແນໃສ່ປູກຈິດສໍານຶກແຫ່ງຄວາມ
ເຂົ້າໃຈວ່າຄວາມທຸກຍາກແລະໄພອຶດຫິວບໍ່ແມ່ນບາບກໍາທີ່ເທວະດາຟ້າແຖນເປັນຜູ້ປັ້ນແຕ່ງໃຫ້ແຕ່ມັນແມ່ນປະກົດການທາງສັງຄົມໜຶ່ງທີ່ສາມາດລຶບລ້າງໃຫ້ໝົດໄປໄດ້; ປົດປ່ອຍປະຊາຊາດໂດຍສະເພາະຜູ້ທຸກຍາກອຶດຫິວອອກຈາກວົງຈອນອຸບາດທາງດ້ານແນວຄິດ, ແກ້ໄຂຄວາມຮູ້ສຶກຕໍ່າຕ້ອຍ-ຕີຕົວຕໍ່າ, ຄວາມໂງ່ຈ້າຫຼ້າຫຼັງແລະການເຊື່ອຖືງົມງວາຍ, ໃຫ້ເຂົ້າເຈົ້າຮູ້ສຶກວ່າຕົນເອງມີກຽດສັກສີຂອງຄວາມເປັນມະນຸດ, ມີເຫື່ອແຮງສະຕິປັນຍາຄືຄົນທົ່ວໄປ, ຈາກນັ້ນແມ່ນໃຫ້ເຂົາເຈົ້າມີກໍາລັງໃຈ, ມີຄວາມກ້າຫານແລະມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກແລະໄພອຶດຫິວໄດ້.
          ໃນໂອກາດນີ້ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເຂົ້າຮ່ວມພິທີຍ່າງມາລາທອນໂດຍເລີ່ມຈາກຫ້ອງວ່າການປົກຄອງແຂວງຫາສະໜາມຫຼວງຂອງແຂວງ, ຈາກນັ້ນກໍ່ໄດ້ເປີດພິທີສະເຫຼີມ ສະຫຼອງສອງວັນດັ່ງກ່າວຢ່າງເປັນການ ແລະ ໃນພິທີໄດ້ມີງານວາງສະແດງສິນຄ້າ, ຜົນຜະລິດກະສິກໍາ, ຫັດຖະກໍາຈາກບັນດາຂະແໜງການຕ່າງໆແລະປະຊາຊົນແຂວງໄຊຍະບູລີ. ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະຍັງໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ, ເຊິ່ງເປັນໂຮງໄຟຟ້າຂະຫນາດໃຫຍ່ທີ່ກໍ່ສ້າງໃນຕົ້ນປີ 2016, ມີກໍາລັງການຜະລິດທັງໝົດ 1778 ເມັກກາວັດ, ການຜະລິດກະແສໄຟຟ້າ ສ່ວນໃຫຍ່ແມ່ນສົ່ງອອກຂາຍໄປປະເທດໄທ.

          ໃນໂອກາດເດີນທາງມາເຄື່ອນໄຫວວຽກງານໃນຄັ້ງນີ້ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈໍານວນ 200 ລ້ານກີບເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທາງທໍາມະຊາດແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃນ 04 ເມືອງຂອງແຂວງຫຼວງພະບາງເປັນຕົ້ນເມືອງນານ, ເມືອງຈອມເພັດ, ເມືອງຊຽງເງິນແລະເມືອງໂພນໄຊ, ເມືອງລະ 50 ລ້ານກີບ.

No comments:

Post a Comment