Ad

Ad

31 October 2016

ພິທີໂອບຄຳຍອດພະທາດຫລວງຈະມີຂຶ້ນໃນຕອນເຊົ້າມື້ນີ້


        ພິທີໂອບຄໍາຍອດພະທາດຫຼວງວຽງຈັນ, ຈະມີຂຶ້ນໃນຕອນເຊົ້າວັນທີ 31 ຕຸລານີ້, ໂດຍມີປະ ທານປະເທດ ແລະ ການນໍາຂັ້ນສູງຂອງພັກ-ລັດເຂົ້າຮ່ວມ ແລະ ມວນຊົນປະມານ 4.500 ຄົນ, ສ່ວນພິທີທາງສາສະໜາຈະມີພຣະສົງ 45 ອົງ, ທັງຜູ້ເຂົ້າຮ່ວມແຫ່ 450 ຄົນ (ໃສ່ ຊຸດຂາວ), ພ້ອມດ້ວຍດອກໄມ້ທູບທຽນ ແລະ ໝາກເບັງ, ຫຼັງຈາກນັ້ນກໍຈະໄດ້ລັ່ນຄ້ອງ 9 ບາດ ແລະ ເອົາຄໍາອັນຍະມະນີຂຶ້ນໂອບຍອດພະທາດຫຼວງ, ໂດຍມີການຖ່າຍທອດສົດຜ່ານທາງສະຖານີໂທລະພາບແຫ່ງຊາດລາວ.
         ໃນວັນທີ 28 ຕຸລາຜ່ານມານີ້, ຄະນະກໍາມະການລະດັບຊາດ ເພື່ອປະຕິສັງຂອນພະ ທາດຫຼວງວຽງຈັນຄັ້ງທີ IV, ອໍານາດການປົກຄອງນະຄອນຫຼວງ, ອົງການຈັດຕັ້ງທາງ ສັງຄົມ, ໄດ້ຮ່ວມກັນປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນເພື່ອກະກຽມໃຫ້ແກ່ການສະ ເຫຼີມສະຫຼອງພະທາດຫຼວງວຽງຈັນ ຄົບ ຮອບ 450 ປີໃນມໍ່ໆນີ້, ໂດຍການ ເຂົ້າຮ່ວມຂອງພຣະອາຈານໃຫຍ່ມະຫາ ງອນ ດໍາລົງບູນ ປະທານສູນກາງອົງການພຸດ ທະສາສະໜາສໍາພັນລາວ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຄະນະຮັບຜິດຊອບລະດັບຊາດເພື່ອປະຕິສັງຂອນພະທາດຫຼວງ ຄັ້ງທີ IV, ມີ ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ຽວ (ຖວທ), ພ້ອມດ້ວຍພຣະສົງ-ສາມະເນນ, ອົງການຈັດຕັ້ງທາງສັງຄົມ, ອໍານາດການປົກຄອງທ້ອງຖິ່ນ ແລະ ມວນຊົນນະຄອນຫລວງວຽງຈັນເຂົ້າຮ່ວມນຳດ້ວຍ.
          ທ່ານ ສີຫຸ່ນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຮອງປະທານຄະນະຮັບຜິດ ຊອບໂຄງການປະຕິສັງຂອນພະທາດຫລວງ ໃຫ້ຮູ້ວ່າ: ເພື່ອປົກປັກຮັກສາພະທາດຫຼວງໃຫ້ຍືນຍົງຄົງຢູ່ເປັນມໍລະດົກສໍາຄັນຂອງຊາດ, ເປັນກາໝາຍຂອງຊາດ ເປັນສູນ ລວມຈິດໃຈ ແລະ ມິ່ງຂວັນຂອງປະຊາຊົນລາວທັງຊາດ, ຄະນະກໍາມະການປະຕິສັງຂອນໃນນາມຄະນະປົກຄອງນະຄອນຫຼວງວຽງຈັນ, ຈຶ່ງຮ່ວມກັນຂຶ້ນແຜນໃນປະຕິສັງຂອນພະ ທາດຫຼວງ ຄັ້ງທີ IV ແລະ ຈະຈັດງານບຸນນະມັດສະ ການພະທາດຫຼວງວຽງຈັນ, ເພື່ອສະເຫຼີມສະຫຼອງວັນກໍ່ສ້າງອົງພະທາດຫຼວງວຽງຈັນ ຄົບຮອບ 450 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຫຼາກຫຼາຍກິດຈະກໍາເປັນຕົ້ນການປະຕິສັງຂອນຄັ້ງນີ້, ເຊິ່ງເປັນ ໂຄງການສຸດທ້າຍ, ໂດຍຈະປັບປຸງບູລະນະ 8 ກິດຈະກໍາເຊັ່ນ: ໂອບຄໍາຈອມພະທາດ, ໂບກຮອຍແຕກ ແຫງອົງພະທາດ ແລະ ປົວແປງຫໍໄຫວ້ທັງສີເບື້ອງ, ທາສີຄໍາໃສ່ອົງພຣະທາດ ໃຫຍ່-ທາດນ້ອຍ ສາມສິບລູກ, ພຣະທາດທໍາມະສີຫາຍໂສກ ແລະ ຫໍກວມ, ບູລະນະ ຫຼັງຄາກົມມະລຽນ ຄືນໃໝ່, ສ້ອມແປງຊຸ້ມປະຕູໃຫຍ່ທັງສີເບື້ອງ, ປັບປຸງຮ່ອງລະບາຍ ນໍ້າອ້ອມຂ້າງ, ປັບປຸງ ໄຟຟ້າ ລວມມີມູນຄ່າການກໍ່ສ້າງປະມານ 15 ຕື້ກວ່າກີບ.

          ສໍາລັບແຜນການປະຕິສັງຂອນດັ່ງກ່າວ ແມ່ນຈະສືບຕໍ່ປະຕິບັດໃຫ້ສໍາເລັດໂດຍພື້ນຖານກ່ອນວັນທີ 8 ພະຈິກນີ້.

No comments:

Post a Comment