Ad

Ad

28 October 2016

ບໍລິສັດ ທິບພະຍະປະກັນໄພລາວ ມອບເງິນທົດແທນໃຫ້ລູກຄ້າ

          ວັນທີ 25 ຕຸລານີ້, ບໍລິສັດ ທິບພະຍະປະກັນໄພລາວ ໄດ້ມອບສິນທົດແທນໃຫ້ແກ່ຄອບຄົວທ້າວ ເກື້ອ, ຊຶ່ງເປັນພະນັກງານບໍລິສັດ ໂຄຄາ-ໂຄລາ ຈຳກັດ ທີ່ແຂວງສະຫວັນນະເຂດ ໄດ້ເສຍຊີວິດຈາກບັນຫາສຸຂະພາບ ຊຶ່ງພິທີດັ່ງກ່າວໄດ້ມີຂຶ້ນລະຫວ່າງທ່ານ ບຸນໄຊ ບຸນຍານຸຣັກ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ທິບພະຍະປະກັນໄພລາວ ໃນວົງເງິນ 100 ລ້ານກີບ, ຊຶ່ງເປັນລາຍທີ່ສອງຂອງເດືອນນີ້ ຫລັງຈາກວັນທີ 21 ຕຸລານີ້, ໄດ້ມອບສິນທົດແທນ
ໃຫ້ກັບຄອບຄົວທ້າວ ສິນໄຊ ຫລວງຄຳ ທີ່ເປັນພະນັກງານບໍລິສັດ ໂຄຄາ-ໂຄລາ ໄດ້ປະສົບອຸປະຕິເຫດເສຍຊີວິດເປັນຈຳນວນເງິນ 100 ລ້ານເຊັ່ນດຽວກັນ.

          ທ່ານ ບຸນໄຊ ບຸນຍານຸຣັກ ກ່າວວ່າ: ການປະກັນກຸ່ມ HPA ຂອງບໍລິສັດ ນອກຈາກຈະຕອບສະໜອງຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າແລ້ວ, ຍັງຮັກສາຄຳໝັ້ນສັນຍາໄວ້ກັບລູກຄ້າເພື່ອຄວາມເຊື່ອໝັ້ນ ແລະ ເປັນທີ່ໄວ້ວາງໃຈຂອງລູກຄ້າຕົນ.

No comments:

Post a Comment