Ad

Ad

28 October 2016

ເປໂທຣລີແມັກ ລາວ ສະຫລອງຄົບຮອບ 5 ປີ

          ຄືນວັນທີ 26 ຕຸລານີ້, ບໍລິສັດ ເປໂທຣລີແມັກ ລາວ ຈຳກັດຜູ້ດຽວ, ໄດ້ຈັດພິທີສະເຫລີມສະ ຫລອງວັນສ້າງຕັ້ງບໍລິສັດ ຄົບຮອບ 5 ປີ (2011-2016), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຫງວຽນ ແມ໋ງຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
          ຜູ້ອຳນວຍການບໍລິສັດ ເປໂທຣລີແມັກ ໃຫ້ຮູ້ວ່າ: ນັບແຕ່ມື້ເລີ່ມສ້າງຕັ້ງ ບໍລິສັດ ຂອງຕົນມີສາງນ້ຳ
ມັນພຽງ 2 ແຫ່ງ ແລະ ບໍ່ທັນມີປ້ຳຕົວແບບ, ໂດຍຮັບມາຈາກບໍລິສັດ ເຊຟຣອນ ລາວ ດ້ວຍມູນຄ່າການລົງທຶນພຽງແຕ່ 2 ລ້ານໂດລາສະຫະລັດ, ມາຮອດປັດຈຸ ບັນ, ມີປ້ຳຂາຍຍ່ອຍ 20 ແຫ່ງ, ສາງນ້ຳມັນ 3 ແຫ່ງ, ຕົວແທນຈຳໜ່າຍເປັນປ້ຳຖືເຄື່ອງ ໝາຍການຄ້າເປໂທຣລີແມັກ ຈຳນວນ 200 ແຫ່ງ, ຊຶ່ງສ້າງເປັນເຄືອຂ່າຍຮັບໃຊ້ການດຳເນີນທຸລະກິດນ້ຳມັນຄົບວົງຈອນໃນທົ່ວປະເທດລາວ, ພ້ອມທັງສາມາດຍົກແຫລ່ງທຶນຂຶ້ນເປັນ 22 ລ້ານໂດລາສະຫະລັດພາຍໃນ 5 ປີ, ການຈຳໜ່າຍນ້ຳມັນແມ່ນກວມເອົາ 11% ຂອງຕະຫລາດ, ເປັນອັນດັບທີ 5 ຂອງ 22 ບໍລິສັດທີ່ດຳເນີນທຸລະກິດນ້ຳມັນຢູ່ລາວ, ສາມາດມອບພັນທະໃຫ້ລັດຖະບານລາວສະເລ່ຍປີລະ 35 ລ້ານໂດລາສະຫະລັດ, ສາມາດຮັບເອົາພະນັກງານທີ່ເປັນຄົນລາວເຂົ້າມາເຮັດວຽກຢູ່ບໍລິສັດກວມເອົາ 80% ຂອງຈຳນວນພະນັກງານທັງໝົດ.
          ໃນໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງການຄ້າຂອງລາວ ໄດ້ມີຄຳເຫັນວ່າ: ຕະຫລອດໄລຍະ 5 ປີຜ່ານມາ, ບໍລິສັດ ເປໂທຣລີແມັກ ລາວ ຈຳກັດຜູ້ດຽວ ໄດ້ເຄື່ອນໄຫວທຸລະກິດຢ່າງຕັ້ງໜ້າດ້ານການນຳເຂົ້າ ແລະ ບໍລິການຂາຍຍົກ-ຍ່ອຍ ນ້ຳມັນເຊື້ອໄຟຢູ່ລາວ, ຊຶ່ງປັດຈຸບັນ ກະຊວງການຄ້າພວມເລັ່ງປັບປຸງຮ່າງຂໍ້ຕົກລົງຂອງລັດຖະມົນ ຕີວ່າດ້ວຍການນຳເຂົ້າ ແລະ ບໍລິການຂາຍຍົກນ້ຳມັນເຊື້ອໄຟໃຫ້ຂຶ້ນເປັນດຳລັດຂອງນາຍົກ ລັດຖະມົນຕີຕາມແຈ້ງການຂອງຫ້ອງວ່າການລັດຖະບານ, ຊຶ່ງນະໂຍບາຍຫລັກແມ່ນ ເພື່ອຄຸ້ມຄອງການດຳເນີນທຸລະກິດນ້ຳມັນເຊື້ອໄຟໃຫ້ເຂົ້າສູ່ລະບຽບ, ໃຫ້ມີຄວາມກະທັດຮັດ, ສະດວກສະບາຍໃນການຄຸ້ມຄອງ ໃຫ້ມີປະສິດທິພາບສາມາດແຂ່ງຂັນກັບອາຊຽນ ແລະ ສາກົນໄດ້.

          ພາຍໃນງານດັ່ງກ່າວ, ຍັງໄດ້ມອບໃບຍ້ອງຍໍໃຫ້ກັບພະນັກງານຜູ້ທີ່ມີຜົນງານດີເດັ່ນໃນການເຮັດວຽກຈຳນວນໜຶ່ງ ແລະ ຍັງໄດ້ມອບເງິນຈຳນວນ 80 ລ້ານກີບໃຫ້ສະຫະພັນນັກຮົບເກົ່າ ເພື່ອປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງສະຫະພັນອີກດ້ວຍ.

No comments:

Post a Comment