Ad

Ad

28 October 2016

ຜົນສຳເລັດຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 7 ທີ່ ສສ ຫວຽດນາມ

          ວັນທີ 26 ຕຸລານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLM V) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ຄັ້ງທີ 7 ທີ່ຮ່າໂນ້ຍ ສສ ຫວຽດ ນາມ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດ ນາມ, ເຊິ່ງມີປະມຸກລັດ, ຫົວໜ້າລັດຖະບານຈາກ 5
ປະເທດແມ່ນໍ້າຂອງ, ເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າຈາກສະຖາບັນການເງິນສາກົນ ແລະ ພາກທຸລະກິດເຂົ້າຮ່ວມນຳດ້ວຍ.
          ໃນແຕ່ລະກອງປະຊຸມສຸດຍອດດັ່ງກ່າວມີຜູ້ນຳ 5 ປະເທດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນ ລວມທັງພາກທຸລະກິດ ໄດ້ຂຶ້ນກ່າວຄຳເຫັນເພື່ອແລກປ່ຽນທັດສະ ນະກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ພາກພື້ນນີ້ໃຫ້ມີການເຊື່ອມຈອດ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງກົມກຽວ.
          ໃນກອງປະຊຸມສຸດຍອດແອັກແມັກຄັ້ງທີ 7, ບັນດາຜູ້ນຳໄດ້ຮັບຮອງເອົາຖະແຫລງການຮ່າໂນ້ຍ, ເຊິ່ງໄດ້ກໍານົດທິດທາງການຮ່ວມມືລະຫວ່າງ 5 ປະເທດ ແນໃສ່ເພີ່ມທະວີການເຊື່ອມຈອດເພື່ອການເຊື່ອມໂຍງເສດຖະກິດກັບພາກພື້ນຄຽງຄູ່ກັບການພັດທະນາແບບຍືນຍົງ. ສ່ວນກອງປະຊຸມສຸດຍອດ CLMV ຄັ້ງທີ 8 ກໍໄດ້ຮັບຮອງເອົາຖະແຫລງການຮ່ວມເພື່ອເພີ່ມທະວີການຮ່ວມມືລະຫວ່າງ 4 ປະເທດສະມາຊິກໃນການເພີ່ມຂີດຄວາມສາມາດການແຂ່ງຂັນ ແລະ ຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາລະຫວ່າງປະເທດສະມາຊິກອາຊຽນເກົ່າ ແລະ ໃໝ່ກໍຄືການເຊື່ອມໂຍງເຂົ້າກັບພາພື້ນ ແລະ ສາກົນ, ໂດຍນໍາໃຊ້ທ່າແຮງ ແລະ ກາລະໂອກາດທີ່ມີຢູ່ ແລະ ຮ່ວມກັນແກ້ໄຂບັນຫາສິ່ງທ້າທາຍຕ່າງໆຢ່າງມີປະສິດທິຜົນ.
            ໃນໂອກາດດັ່ງກ່າວ, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຍົກໃຫ້ເຫັນຄວາມພະຍາຍາມຂອງ ສ ປປ ລາວ ໃນການສ້າງຂີດຄວາມສາມາດພາຍໃນປະເທດເພື່ອການເຊື່ອມຈອດ ແລະ ເຊື່ອມໂຍງພາກພື້ນໂດຍນໍາໃຊ້ນະໂຍບາຍ 3 ເປີດຄື: 1 ເປີດປະຕູການສ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ, 2 ເປີດສິ່ງອຸດຕັນ: ລົບລ້າງສິ່ງກີດ ຂວາງທາງດ້ານການຄ້າຕ່າງໆ ແລະ 3 ເປີດໃຈ: ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະ ຫວ່າງພາກລັດຖະບານ ແລະ ເອກະຊົນ ແລະ ລະຫວ່າງລັດຖະບານດ້ວຍກັນ, ລວມທັງການສົ່ງເສີມການມີສ່ວນຮ່ວມຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ.

            ກອງປະຊຸມສຸດຍອດທັງສອງຂອບການຮ່ວມມືຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມບົນພື້ນຖານຈິດໃຈແຫ່ງໄມຕີຈິດມິດຕະພາບ, ຄວາມສາມັກຄີຖານບ້ານໃກ້ເຮືອນຄຽງ ແລະ ການຮ່ວມມືຮອບດ້ານລະຫວ່າງບັນດາປະເທດສະມາຊິກ ແລະ ການຮ່ວມມືທີ່ດີຈາກບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນ. ກອງປະຊຸມສຸດຍອດຂອງສອງຂອບການຮ່ວມມືຄັ້ງຕໍ່ໄປຈະຈັດຂຶ້ນໃນປີ 2018 ຢູ່ປະເທດໄທ.

No comments:

Post a Comment