Ad

Ad

5 December 2016

ປະທານສູນກາງແນວລາວສ້າງຊາດຮຽກຮ້ອງປະຊາຊົນລາວບັນດາເຜົ່າຈົ່ງເຊີດຊູນ້ຳໃຈຮັກຊາດ

             ໃນວັນທີ 1 ທັນວານີ້, ເນື່ອງໃນໂອກາດປີໃໝ່ຂອງເຜົ່າຕ່າງໆ, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດໄດ້ສົ່ງສານອວຍພອນ ແລະ ຮຽກຮ້ອງມາຍັງພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າຈົ່ງເຊີດຊູນ້ຳໃຈຮັກຊາດຮັກລະບອບປະຊາທິປະໄຕປະຊາຊົນ, ເສີມຂະຫຍາຍສິດເປັນເຈົ້າຂອງປະເທດ ຊາດ, ເພີ່ມທະວີຄວາມເປັນເຈົ້າຕົນເອງ, ລົບລ້າງແນວຄິດຄັບແຄບ, ຕີຕົວຕ່ຳ, ໝິ່ນປະໝາດຊົນເຜົ່າອື່ນ, ຕ້ານທຸກແນວຄິດ ແລະ ການກະທຳທີ່ເປັນການແບ່ງແຍກຄວາມສາມັກຄີ ແລະ ຄວາມສະເໝີພາບລະຫວ່າງຊົນເຜົ່າ, ພ້ອມກັນຍົກສູງສະຕິລະວັງຕົວ, ຕອບຕ້ານກົນອຸບາຍທີ່ຫວັງມ້າງເພທຳລາຍປະເທດຊາດ ຂອງພວກອິດທິກຳລັງປໍລະປັກ ແລະ ພວກຄົນທີ່ບໍ່ຫວັງດີ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ
ຮຽບຮ້ອຍຂອງບ້ານເມືອງ; ຈົ່ງເພີ່ມທະວີຄວາມສາ ມັກຄີປອງດອງໃຫ້ແໜ້ນແຟ້ນກວ່າເກົ່າ, ອອກແຮງບຸກທະລຸໃນການແກ້ໄຂສິ່ງຫຍໍ້ທໍ້ທີ່ກົດໜ່ວງຕໍ່ການພັດທະນາ, ປະຕິບັດ 2 ໜ້າທີ່ຍຸດທະສາດໃຫ້ສຳເລັດຜົນ ໂດຍສະເພາະແມ່ນສຸມໃສ່ຈັດຕັ້ງປະຕິບັດຂະບວນການ 3 ສ້າງຄື ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດ ທະນາ”.
            ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ຕາງໜ້າພັກ-ລັດ, ສູນກາງແນວລາວສ້າງຊາດ ກໍຄືໃນນາມສ່ວນຕົວຂໍຖືໂອກາດອັນເປັນສິລິມຸງຄຸນນີ້ ສະແດງຄວາມປິຕິຍິນດີ ແລະ ຂໍຝາກຄຳຢື້ຢາມຖາມຂ່າວອັນສະໜິດສະໜົມ, ອັນອົບອຸ່ນມາຍັງພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າໃນທົ່ວປະເທດ, ພີ່ນ້ອງຄົນລາວທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດ ແລະ ຊາວຕ່າງດ້ວຍທີ່ດຳລົງຊີວິດຢູ່ປະເທດລາວມານະທີ່ນີ້ຢ່າງສຸດອົກສຸດໃຈ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກ-ລັດ ເຮັດໃຫ້ປະຊາຊົນເຮົາເຕີບໃຫຍ່ຂະຫຍາຍຕົວ, ການພັດທະນາເສດຖະກິດ-ສັງຄົມມີຜົນສຳເລັດໃໝ່ໃຫຍ່ຫລວງ ແລະ ຕໍ່ເນື່ອງ, ລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າສູງຂຶ້ນ, ການແກ້ໄຂຄວາມທຸກຍາກນັບມື້ນັບຫລຸດໜ້ອຍຖອຍລົງ ແລະ ເຮັດໃຫ້ຄວາມຫລຸດໂຕນກັນໃນດ້ານຕ່າງໆຂອງພີ່ນ້ອງປະຊາ

ຊົນລາວບັນດາຊົນເຜົ່າໄດ້ຫຍັບມໍ່ເຂົ້າຫາກັນເທື່ອລະກ້າວ.

No comments:

Post a Comment