Ad

Ad

5 December 2016

ລາວຫາລືການພັດທະນາລະບົບອີນເຕີເນັດຄວາມໄວສູງ

              ວັນທີ 30 ພະຈິກທີ່ຜ່ານມານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (Huawei) ໄດ້ຈັດສຳມະນາຫົວຂໍ້ ລາວອິນເຕີເນັດຄວາມໄວສູງ 2016 (Lao BoradBand Forum 2016) ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ບຸນສະເຫຼີມໄຊ ເຄນນະວົງ ຮອງລັດ ຖະມົນຕີກະຊວງ ປທສ, ທ່ານ Wang Qihui ທູດເສດຖະກິດ ແລະ ການຄ້າ ສປຈີນ ປະຈຳລາວ, ທ່ານ Jin Yuzhi ຮອງປະທານຂົງເຂດອາຊີຕາເວັນອອກສຽງໃຕ້ບໍລິສັດ ຫົວເຫວີຍ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພາບໂທລະຄົມສາກົນ ITU ຂົງເຂດອາຊີປາຊີຟິກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

              ທ່ານຮອງລັດຖະມົນຕີກະຊວງ ປທສ ກ່າວວ່າ: ການພັດທະນາວຽງການ ICT ແລະ ອິນເຕີເນັດຄວາມໄວສູງຢູ່ປະເທດພວກເຮົາແມ່ນອີງໃສ່ວິໃສທັດຂອງ ການພັດທະນາ ICT ແຕ່ນີ້ຫາປີ 2030, ແຜນແມ່ບົດຮອດປີ 2025 ແລະ ແຜນພັດທະນາ 5 ປີແຕ່ນີ້ຮອດປີ 2020 ກ່ຽວກັບການພັດທະນາ ICT ແລະ ອິນເຕີເນັດຄວາມໄວສູງ, ຊຶ່ງໄດ້ສອດຄ່ອງຕາມທິດພັດທະນາ 5 ປີຂອງລັດຖະບານ ແລະ ສປປ ລາວ ເຮົາກໍເປັນປະເທດໜຶ່ງທີ່ນຳໃຊ້ ICT ແລະ ອິນເຕີເນັດຢ່າງກວ້າງຂວາງ, ສະນັ້ນຈຶ່ງມີຄວາມຈໍາເປັນຕໍ່ການຕອບສະໜອງໄດ້ຕາມແຜນງານຂອງລັດຖະບານກ່ຽວກັບການສ້າງບ້ານນ້ອຍໃຫ້ກາຍເປັນບ້ານໃຫຍ່ ແລະ ກາຍເປັນເມືອງນ້ອຍໃນຊົນນະບົດ, ເຊິ່ງພວກເຮົາຈະສ້າງໂຄງລ່າງນີ້ໄປສູ່ບ້ານໃຫຍ່ ຫຼື ເມືອງນ້ອຍຢ່າງທົ່ວເຖິງ ເພື່ອໃຫ້ສອດຄ່ອງກັບນະໂຍບາຍດັ່ງກ່າວ ໂດຍຈະຊຸກດັນໃຫ້ບໍລິສັດໂທລະຄົມໃນລາວເປັນຜູ້ປະຕິບັດແຜນງານທີ່ກະຊວງກໍານົດໄວ້. ປັດຈຸບັນອິນເຕີເນັດແມ່ນມີບົດບາດສູງຕໍ່ການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນເຮັດໃຫ້ເສດຖະກິດ, ການຄ້າມີການຂະຫຍາຍໂຕເປັນລໍາດັບ.

               ທ່ານຮອງປະທານຂົງເຂດອາຊີຕາເວັນອອກສຽງໃຕ້ບໍລິສັດຫົວເຫວີຍໃຫ້ຮູ້ວ່າ: ຫົວຂໍ້ສໍາຄັນຂອງການສໍາມະນາຄັ້ງນີ້ມີຄື: ແຜນພັດທະນາອີນເຕີເນັດຄວາມໄວສູງ ຫຼື BoradBand ຂອງລາວ ແລະ ການປັບປຸງທັກສະຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ແລະ ປະຊາຊົນໃນການນຳໃຊ້ ICT ແລະ ອີນເຕີເນັດ, ຊຶ່ງຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ກໍຄືການຂະຫຍາຍພື້ນທີ່ຄວບຄຸມອີນເຕີເນັດລະບົບ 3G ແລະ 4G ລວມເຖິງການສະໜັບສະໜູນຂອງບັນດາບໍລິສັດຜູ້ໃຫ້ບໍລິການໃນການພັດທະນາອີນເຕີເນັດຄວາມໄວສູງແບບບໍ່ມີສາຍ. ຜ່ານມາບໍລິສັດ ຫົວເຫວີຍ ໄດ້ຮ່ວມມືກັບ 20 ກວ່າປະເທດທົ່ວໂລກ ເພື່ອພັດທະນາລະບົບອີນເຕີເນັດຄວາມໄວສູງ, ໃນນີ້ຢູ່ອາຊຽນແມ່ນມີພຽງ 2 ປະເທດຄື: ມາເລເຊຍ ແລະ ສິງກະໂປ, ແຕ່ເຊື່ອວ່າດ້ວຍປະສົບການ ແລະ ຄວາມສາມາດຈະຊ່ວຍໃຫ້ການພັດທະນາອີນເຕີເນັດຄວາມໄວສູງຂອງສ ປປ ລາວປະສົບຜົນສຳເລັດຕາມຄາດໝາຍວາງໄວ້ຢ່າງແນ່ນອນ. 

No comments:

Post a Comment