Ad

Ad

5 December 2016

ກວດສອບແຫ່ງລັດເຜີຍພົບເງິນບໍ່ເຂົ້າງົບປະມານ 8 ຮ້ອຍກວ່າຕື້ກີບ

              ທ່ານປະທານອົງການກວດສອບແຫ່ງລັດໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນທີ 30 ພະຈິກຜ່ານມານີ້ວ່າ: ສົກປີ 2014-2015 ອົງການກວດສອບແຫ່ງລັດໄດ້ກວດສອບບັນດາຫົວໜ່ວຍງົບປະມານແຫ່ງລັດນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ສາມາດກວດພົບເງິນທີ່ບໍ່ເຂົ້າງົບປະມານຂອງລັດເປັນຈຳນວນຫລວງຫລາຍຄື: ໃນຂະແໜງສ່ວຍສາອາກອນມີຫລາຍກວ່າ 173 ຕື້ກີບ, ຊັບສິນຂອງລັດຫລາຍກວ່າ 156 ຕື້ກີບ, ກອງທຶນລັດປະມານ 442 ຕື້ກີບ, ເງິນລະດົມ ແລະ ຄັງພັດທະນາອາຄານຂອງແຂວງປະມານ 41 ກວ່າຕື້ກີບ. ນອກນັ້ນຍັງກວດພົບເຫັນລາຍຈ່າຍນອກແຜນງົບປະມານແຫ່ງລັດຫລາຍກວ່າ 406 ຕື້ກີບ, ໃນນີ້ລາຍຈ່າຍຮ່ວງເງິນອຸດໜູນ, ຈ່າຍບໍລິຫານ, ຈ່າຍດັດສົມ, ຈັດຊື້ພາຫະນະ, ຊຳລະໂຄງການລົງທຶນອີກເປັນຈໍານວນຫລາຍ, ພ້ອມທັງກວດເຫັນການຊຳລະໜີ້ສິນໂຄງການລົງທຶນຂອງລັດນອກແຜນງົບປະມານອີກເປັນຈຳນວນ  827 ຕື້ກວ່າກີບ, ກວດສອບເຫັນຄັງເງິນແຫ່ງຊາດປະຈຳສູນກາງໄດ້ຈ່າຍເງິນທົດແທນບັນຊີຝາກຂອງອົງການບໍລິຫານວິຊາການນອກແຜນງົບປະມານຈຳນວນ 149 ຕື້ກີບ, ກວດເຫັນລາຍຈ່າຍລ່ວງໜ້າຢູ່ຄັງເງິນ
ແຫ່ງຊາດປະຈຳສູນກາງ ແລະ ທ້ອງຖິ່ນຫລາຍກວ່າ 788 ຕື້ກີບ. ນອກຈາກນີ້ຍັງກວດເຫັນຍອດເງິນເຫລືອໃນບັນຊີເງິນຝາກພາຍຫລັງປິດສົກງົບປະມານ 2014-2015 ບໍ່ໄດ້ຮັບການສະສາງມອບເຂົ້າງົບປະ ມານແຫ່ງລັດຫລາຍກວ່າ 947 ຕື້ກີບ, ກວດເຫັນຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນບໍ່ສາມາດເລັ່ງທວງເອົາເງິນທີ່ມີໃນບັນຊີຕ້ອງຮັບມອບເຂົ້າງົບປະມານແຫ່ງລັດທັນຕາມກຳນົດເວລາມີຫລາຍກວ່າ 923 ຕື້ກີບ, ກວດເຫັນການຍົກເວັ້ນ, ຫລຸດຜ່ອນພາສີ-ອາກອນປະເພດນ້ຳມັນເຊື້ອໄຟ, ພາຫະນະຫລາຍກວ່າ 2.407 ຕື້ກີບ, ກວດເຫັນການກຳນົດອັດຕາຄ່າເຊົ່າ-ສຳປະທານທີ່ດິນຕໍ່າກວ່າອັດຕາທີ່ກຳນົດໄວ້ໃນລັດຖະບັນຍັດປະທານປະເທດມີກວ່າ 14 ກວ່າ ຕື້ກີບ, ກວດເຫັນຫົວໜ່ວຍງົບປະມານຂັ້ນທ້ອງຖິ່ນບໍ່ສາມາດຕິດຕາມການປະຕິບັດພັນທະສັນຍາຄ່າເຊົ່າ-ສຳປະທານດິນທີ່ຕົນຄຸ້ມຄອງຫລາຍກວ່າ 192 ຕື້ກີບ, ກວດເຫັນການຫັນຊັບສິນເປັນທຶນມີ 300 ກວ່າຕື້ກີບທີ່ບໍ່ໄດ້ຈົດເຂົ້າໃນແຜນລາຍຮັບງົບປະມານແຫ່ງລັດ ແລະ ບໍ່ໄດ້ປະຕິບັດຕາມຂັ້ນຕອນການປະມູນຈັດຊື້-ຈັດຈ້າງ, ກວດເຫັນການບັນທຶກບັນຊີເງິນກູ້ຢືມຈາກລັດວິສາຫະກິດ, ທະນາຄານຕ່າງປະເທດເຂົ້າເປັນລາຍຮັບງົບປະມານແຫ່ງລັດມີປະມານ 646 ຕື້ກີບ, ກວດເຫັນການເອົາຕົວເລກລາຍຮັບຈາກການຂາຍໄມ້, ຫັນຊັບສິນເປັນທຶນ, ເງິນຄ່າບໍລິການທີ່ໄດ້ຊຳລະໃຫ້ການກໍ່ສ້າງພື້ນຖານໂຄງລ່າງ ຫລາຍກວ່າ 345 ຕື້ກີບໄປຈົດເປັນລາຍຮັບ-ລາຍຈ່າຍ, ກວດເຫັນຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນເອົາເງິນລາຍຮັບທີ່ເກັບໄດ້ເກີນແຜນການ, ເງິນໃນແຜນການງົບປະມານແຫ່ງລັດ ແລະ ເງິນກູ້ຢືມຫລາຍກວ່າ 71 ຕື້ກີບໄປຈັດຊື້ພາຫະນະ, ຈ່າຍບຳເນັດ ແລະ ຊຳລະໂຄງການນອກແຜນການສະພາແຫ່ງຊາດຮັບຮອງ, ກວດເຫັນການຈັດສັນເງິນຂອງ 766 ໂຄງການລວມມີມູນຄ່າຫລາຍກວ່າ 4.364 ຕື້ກີບເຂົ້າໃນແຜນງົບປະມານແຫ່ງລັດທີ່ບໍ່ຖືກຕາມຫລັກການຈັດສັນແຜນການລົງທຶນຂອງລັດ, ຄິດໄລ່ຕາມຫລັກການເປັນເງິນ ຈຳນວນ 1.060 ກວ່າຕື້ກີບ, ຜິດດ່ຽງຫລາຍກວ່າ 3.277 ຕື້ກີບອັນເປັນສາເຫດຕົ້ນຕໍພາໃຫ້ເກີດມີໜີ້ສິນຄຸມເຄືອ, ກວດເຫັນການເຊັນສັນຍາປະຕິບັດໂຄງການເກີນແຜນຈຳນວນ 19 ໂຄງການລວມມູນຄ່າຫລາຍກວ່າ 1.060 ຕື້ກີບ ແລະ ຫລຸດແຜນການ 4 ໂຄງການມີມູນຄ່າຫລາຍກວ່າ 10 ຕື້ກີບ, ກວດເຫັນຫົວໜ່ວຍງົບປະມານສູນກາງ ແລະ ທ້ອງຖິ່ນສືບຕໍ່ສ້າງໂຄງການນອກແຜນງົບປະມານແຫ່ງລັດຈຳນວນ 109 ໂຄງການລວມມູນຄ່າຕາມສັນຍາຫລາຍກວ່າ 440 ຕື້ກີບໂດຍເອົາເງິນລາຍຮັບວິຊາການ, ເງິນລາຍຮັບເກັບໄດ້ເກີນແຜນ ແລະ ເງິນຂາຍໄມ້ຊຳລະຈຳນວນ 107 ຕື້ກີບ, ກວດເຫັນການສະເໜີໂຄງການລົງທຶນຂອງລັດເຂົ້າແຜນແຕ່ບໍ່ດຳເນີນຕາມຂັ້ນຕອນການປະເມີນ, ບົດສຳຫລວດອອກແບບ ແລະ ບົດວິພາກເສດຖະກິດມີ 117 ໂຄງການລວມມີມູນຄ່າຫລາຍກວ່າ 3.891 ຕື້ກີບ, ກວດເຫັນການຈັດຕັ້ງປະຕິບັດໂຄງການບໍ່ໄດ້ດຳເນີນຂັ້ນຕອນການປະມູນກໍ່ສ້າງ 29 ໂຄງການມີມູນຄ່າຫລາຍກວ່າ 2.232 ຕື້ກີບ, ກວດເຫັນການອວ່າຍໂຄງການລົງທຶນຂອງລັດທີ່ບໍ່ໄດ້ດຳເນີນຕາມຂັ້ນຕອນນຳສະເໜີກະຊວງແຜນການ ແລະ ການລົງທຶນຈຳນວນ 25 ໂຄງການ ລວມມູນຄ່າຫລາຍກວ່າ 7 ຕື້ກີບ.

              ທ່ານປະທານອົງການດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນໄດ້ສັ່ງໃຫ້ພາກສ່ວນກ່ຽວຂ້ອງເລັ່ງກວດຄືນ, ດັດແກ້ໂຄງການທີ່ໄດ້ປະຕິບັດການຊຳລະແລ້ວເພື່ອບໍ່ໃຫ້ມີລາຍຈ່າຍຊ້ຳຊ້ອນ, ພ້ອມທັງໃຫ້ກວດຄືນໂຄງການນອກແຜນເພື່ອຈັດສັນເຂົ້າແຜນໃຫ້ສະພາແຫ່ງຊາດຮັບຮອງ. ສ່ວນໂຄງການທີ່ບໍ່ໄດ້ຊຳລະແມ່ນໃຫ້ກວດຄືນເປັນແຕ່ລະກໍລະນີທາງດ້ານວິໄນແຜນການ-ການເງິນ ເພື່ອຫລີກເວັ້ນບໍ່ໃຫ້ເກີດໂຄງການນອກແຜນອີກໃນຕໍ່ໜ້າ.

No comments:

Post a Comment