Ad

Ad

5 December 2016

ເຈົ້າໜ້າທີ່ແຂວງບໍ່ແກ້ວຈັບຜູ້ທໍາມິດຊາຈານເດັກມາດໍາເນີນຄະດີ

             ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສາມາດຈັບຕົວທ້າວ ກົງແສງ ອາຍຸ 38 ປີຢູ່ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນມາດໍາເນີນຄະດີຕາມລະບຽບກົດໝາຍເມື່ອບໍ່ດົນນີ້, ພາຍຫລັງຕົວະຍົວະລອກລວງເດັກຍິງອາຍຸພຽງ 13 ປີໄປທໍາມິດຊາຈານ, ຊຶ່ງຄະດີມີຢູ່ວ່າ: ໃນໄລຍະກາງປີ 2015 ຜ່ານມາ, ທ້າວ ກົງແສງ ໄດ້ຂຶ້ນໄປເຮັດວຽກຢູ່ສູນບໍລິການຂາຍລົດແຫ່ງໜຶ່ງຢູ່ແຂວງບໍ່ແກ້ວແລ້ວໄດ້ຮູ້ຈັກເດັກຍິງອາຍຸ 13 ປີຄົນໜຶ່ງຜ່ານສື່ສັງຄົມອອນລາຍ (ບີທອກ) ແລະ ຂໍເປັນແຟນກັບເດັກຍິງຄົນດັ່ງກ່າວໂດຍທີ່ຍັງບໍ່ທັນໄດ້ເຫັນໜ້າກັນຈັກເທື່ອ, ຊຶ່ງເດັກຍິງກໍຕອບຕົກລົງເປັນແຟນ ແລະ ໄດ້ຕິດຕໍ່ພົວພັນກັນຜ່ານສື່ສັງຄົມອອນລາຍມາໄລຍະໜຶ່ງ, ທ້າວ ກົງແສງ ໄດ້ໂທໃຫ້ເດັກຍິງໄປຫາຢູ່ບ້ານພັກແຫ່ງໜຶ່ງຢູ່ເຂດເມືອງຫ້ວຍຊາຍ, ຫລັງຈາກນັ້ນກໍໄດ້ໃຊ້ອຸບາຍຕົວະຍົວະເດັກຍິງວ່າຈະຮັກ ແລະ ຈະເອົາເປັນເມຍ, ຈຶ່ງຫລົງເຊື່ອ ແລະ ຍອມມີເພດ
ສໍາພັນກັບທ້າວກົງແສງນັບແຕ່ນັ້ນມາ ແລະ ມາຮອດຕົນເດືອນພະຈິກ 2016 ທ້າວ ກົງແສງ ກໍໄດ້ພາເດັກຍິງຄົນນັ້ນໜີລົງມານະຄອນຫລວງວຽງຈັນໂດຍພັກເຊົາຢູ່ບ້ານພັກແຫ່ງໜຶ່ງໃນເຂດບ້ານຂາມງອຍ, ເມືອງໄຊເສດຖາ, ເມື່ອເປັນແນວນັ້ນຜູ້ປົກຄອງຂອງເດັກຍິງບໍ່ເຫັນລູກສາວຕົນເມືອເຮືອນຫລາຍວັນ ແລະ ບໍ່ສາມາດຕິດຕໍ່ໄດ້ ແລະ ດ້ວຍຄວາມເປັນຫວ່ງຈຶ່ງໄດ້ແຈ້ງຄວາມຕໍ່ກັບເຈົ້າໜ້າທີ່ ປກສ ແຂວງເພື່ອຊ່ວຍເຫລືອໃນການຕິດຕາມຊອກຫາ, ຈົນມາຮອດວັນທີ 16 ພະຈິກ 2016 ເຈົ້າໜ້າທີ່ກົມຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສາມາດຈັບຕົວທ້າວ ກົງແສງ ມາດໍາເນີນຄະດີຕາມລະບຽບກົດໝາຍ. ສ່ວນເດັກຍິງຄົນດັ່ງກ່າວກໍໄດ້ສົ່ງໃຫ້ກອງບັນຊາການແຂວງບໍ່ແກ້ວເພື່ອມອບໃຫ້ຜູ້ປົກຄອງເອົາໄປສຶກສາອົບຮົມຕໍ່.   

No comments:

Post a Comment