Ad

Ad

5 December 2016

World Trade Center ຮ່ວມລົງນາມກັບຫລາຍບໍລິສັດ ຍັກໃຫຍ່

            ພິທີລົງນາມສັນຍາຮ່ວມທຸລະກິດລະຫວ່າງ ບໍລິສັດ ພັດທະນາລາວສາກົນ ຈຳກັດ, ໂຄງການສູນການຄ້າສາກົນ World Trade Center (WTC) ແລະ ຄູ່ຮ່ວມມືຫລາຍ ບໍລິສັດຍັກໃຫຍ່, ໄດ້ມີຂຶ້ນໃນຄືນວັນທີ 3 ທັນວາຜ່ານມານີ້, ທີ່ນະຄອນຫລວງວຽງ ຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ມີທ່ານ ເຊຍຫລົງ (Xiaolong) ອຳນວຍການສູນການຄ້າລາວ ສາກົນ WTC, ພ້ອມດ້ວຍຄູ່ຮ່ວມມືຕ່າງໆເຂົ້າຮ່ວມ.
            ຜູ້ອຳນວຍການສູນການຄ້າລາວສາກົນ ກ່າວວ່າ: ການລົງນາມຄັ້ງນີ້ປະກອບມີ: ກຸ່ມບໍລິສັດ Lion, ຊຸບເປີມາເກັດ Parkson, ໂຮງແຮມອິນເຕີ ຄອນທີເນັນທໍ (IHG), ໂຮງຮູບເງົາເມເຈີ
(Major Cineplex) ເພື່ອສະແດງເຖິງຄວາມໝັ້ນຄົງ ແລະ ຍືນຍົງ ຂອງສູນການຄ້າດັ່ງກ່າວ. ມາຮອດປັດຈຸບັນມີຫລາຍບໍລິສັດ ແລະ ຫ້າງຮ້ານທີ່ມີ ຊື່ສຽງທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈ ແລະ ສະເໜີເຈດຈຳນົງໃນການ ຈະເຂົ້າຮ່ວມລົງທຶນໃນສູນການຄ້າແຫ່ງນີ້.

            ຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວວ່າ: ໂຄງການກໍ່ສ້າງສູນການຄ້າສາ ກົນແຫ່ງນີ້ ເມື່ອສຳເລັດຈະສາມາດດຶງດູດເອົານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຮ່ວມລົງທຶນໃນ ສປປ ລາວ, ພ້ອມທັງເປັນໂອ ກາດ ແລະ ເປັນນິມິດໝາຍສຳຄັນ ຂອງປະເທດ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນຮຸ່ງເຮືອງ.

No comments:

Post a Comment