Ad

Ad

5 December 2016

ລາວເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 9 ຂອງອົງການສະມັດຊາລັດຖະສະພາອາຊີ

            ໃນວັນທີ 1 ທັນວານີ້, ທ່ານເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມກໍາມາທິການການເມືອງ ເຊິ່ງຢູ່ໃນວາລະກອງປະຊຸມຄົບຄະນະຄັ້ງທີ 9 ຂອງອົງການສະມັດຊາລັດຖະສະພາອາຊີຢູ່ກໍາປູເຈຍ ໂດຍການເປັນປະທານຂອງທ່ານ ມຽນ ຣາຊາ ຣັບບານີ (Man Raza Rabbani), ປະທານສະພາສູງແຫ່ງປາກິດສະຖານ. ກອງປະຊຸມໄດ້ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງມະຕິ ຂອງວາລະກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງອົງການສະມັດຊາລັດຖະສະພາອາຊີ ຄື: ຮ່າງມະຕິວ່າດ້ວຍການສ້າງຄວາມວັດທະນາຖາວອນໃນອາຊີ ໂດຍຜ່ານມິດຕະພາບ ແລະ ການຮ່ວມມືກັນ. ຮ່າງມະຕິວ່າດ້ວຍສະພາ ແລະ ລັດຖະບານອາຊີ ພາຍໃຕ້ຫົວຂໍ້ ພ້ອມກັນເພື່ອຄວາມວັດທະນາຖາວອນໃນອາຊີ ”. ຮ່າງມະຕິວ່າ
ດ້ວຍຄວາມເປັນເອກະພາບຕ້ານການກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ. ຮ່າງມະຕິວ່າດ້ວຍການພັດທະນາທາງດ້ານການເມືອງທີ່ຈໍາເປັນໃນອາຊີ. ຮ່າງມະຕິວ່າດ້ວຍການສະໜັບສະໜູນທີ່ຈິງຈັງຂອງສະພາອາຊີ ຕໍ່ປະຊາຊົນປາແລັດສະຕີນ ແລະ ບັນຫາອື່ນໆ.
            ກອງປະຊຸມໄດ້ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍການວາງແຜນງົບປະມານຂອງອົງການສະມັດຊາລັດຖະສະພາອາຊີ; ຮ່າງມະຕິວ່າດ້ວຍຕະຫລາດພະລັງງານຮ່ວມກັນຂອງອາຊີ; ຮ່າງມະຕິວ່າດ້ວຍບັນຫາສະ ພາບແວດລ້ອມ; ຮ່າງມະຕິວ່າດ້ວຍການເງິນ ຮັບປະກັນໃຫ້ແກ່ການເຕີບໃຫຍ່ທາງເສດຖະກິດ; ຮ່າງມະຕິວ່າດ້ວຍການລຶບລ້າງຄວາມທຸກຍາກ; ຮ່າງມະຕິວ່າດ້ວຍພາລະບົດບາດຂອງອົງການສະມັດຊາລັດຖະສະພາອາຊີ ໃນການຊຸກຍູ້ການຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ; ຮ່າງມະຕິວ່າດ້ວຍນໍ້າ ແລະ ການຮັກສາຄວາມສະອາດໃນອາຊີ ເພື່ອໝົດທຸດຄົນ ແລະ ບັນຫາອື່ນໆ.
            ໃນພິທີ, ໄດ້ມີການລາຍງານ ແລະ ຮັບຮອງເອົາຮ່າງມະຕິກອງປະຊຸມ ຂອງຄະນະກໍາມະການຕ່າງໆ, ເລີ່ມຈາກກໍາມາທິການວັດທະນາທໍາ-ສັງຄົມ, ກໍາມາທິການສະມາຊິກສະມັດຊາລັດຖະສະພາອາຊີເພດຍິງ, ກໍາມາທິການພິ ເສດເພື່ອການສ້າງຕັ້ງສະພາອາຊີ, ກໍາມາທິການການເມືອງ, ກໍາມາທິການບຸກຄະລາກອນ ແລະ ລະບຽບດ້ານການເງິນ ແລະ ກໍາມາທິການເສດຖະກິດ ແລະ ການພັດທະນາແບບຍືນຍົງ.

            ຈາກນັ້ນ, ທ່ານວຽງທະວີສອນ ເທບພະຈັນ ຮອງປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ໃນນາມຜູ້ລາຍງານວາລະກອງປະຊຸມ APA, ໄດ້ຂຶ້ນອ່ານບົດສະຫລຸບ ລາຍງານວາລະດຳເນີນກອງປະຊຸມຄົບຄະນະຄັ້ງທີ 9 ຂອງອົງການສະມັດຊາລັດຖະສະພາດັ່ງກ່າວອີກດ້ວຍ.

No comments:

Post a Comment