Ad

Ad

5 December 2016

ລາວຫາລືແຜນດຳເນີນງານການສຳຫຼວດດັດສະນີໝາຍສັງຄົມລາວ ( LSIS )

            ວັນທີ 1 ທັນວານີ້, ສູນສະຖິຕິແຫ່ງຊາດໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນດຳເນີນງານການສຳຫຼວດດັດສະນີໝາຍສັງຄົມລາວ ( LSIS ) ຄັ້ງທີ II  ( 20162017 )ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າສູນສະຖິຕິແຫ່ງຊາດ, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມເປັນຈຳນວນຫຼາຍ.

            ທ່ານ ຫົວໜ້າສູນສະຖິຕິກ່າວໃນກອງປະຊຸມວ່າ: ໃນໄລຍະຜ່ານມາສູນສະຖິຕິແຫ່ງຊາດກໍໄດ້ມີຄວາມພະຍາຍາມສູງໃນການກຳນົດນະໂຍບາຍ ແລະ ສ້າງຂໍ້ມູນສະຖິຕິໃນແຕ່ລະໄລຍະໃຫ້ເປັນລະບົບ ແລະ ຕໍ່ເນື່ອງ, ໂດຍສະເພາະແມ່ນສ້າງກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິ
ແຫ່ງຊາດ 20102020 ແລະ ການສຳຫຼວດດັດສະນີໝາຍສັງຄົມລາວ ກໍໄດ້ກຳນົດເຂົ້າໃນກົດໝາຍ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ, ຊຶ່ງໄດ້ຈັດຕັ້ງປະຕິບັດທຸກໆ 5 ປີ ແລະ ປັດຈຸບັນແມ່ນຄົບຮອບວະລະຄັ້ງທີ II   ແລະ ສຳລັບການສຳຫຼວດຄັ້ງນີ້ຈະໄດ້ສຸມໃສ່ກະກຽມທາງດ້ານວີຊາການ, ໂດຍສະເພາະແມ່ນ ການຂື້ນບັນຊີຄົວເຮືອນ ແລະ ການຝຶກອົບຮົມຄູ່ຝຶກ,ດັ່ງນັ້ນໃນກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ນຳສະເໜີແຜນດຳເນີນງານການສຳຫຼວດດັດສະນີໝາຍສັງຄົມລາວຄັ້ງທີ II ຊຶ່ງປະກອບມີແຜນກິດຈະກຳ, ໄລຍະເວລາ ແລະ ແຜນງົບປະມານເພື່ອແຈ້ງໃຫ້ຄະນະຊີ້ນຳໄດ້ຮັບຮູ້ ແລະ ເອກະພາບກັນໃນການຈັດຕັ້ງປະຕິບັດ, ພ້ອມນັ້ນກໍຈະໄດ້ຮ່ວມກັນປຶກສາຫາລືເພື່ອລະດົມແຫຼ່ງທຶນ ແລະ ງົບປະມານປະກອບສ່ວນເຂົ້າໃນການສຳຫຼວດທີ່ຍັງບໍ່ທັນພຽງພໍປະມານ 7 ແສນໂດລາສະຫາລັດໃຫ້ສຳເລັດ, ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຈົ່ງປະກອບສ່ວນຊ່ວຍເຫຼືອເຮັດໃຫ້ການສຳຫຼວດຄັ້ງນີ້ສຳເລັດຕາມສະດັບຄາດໝາຍທີ່ວາງໄວ້ເປັນຢ່າງດີ. 

No comments:

Post a Comment