Ad

Ad

5 December 2016

ທົ່ວປະເທດສຳເລັດການເກັບກ່ຽວມ້ຽນມັດເຂົ້ານາປີແລ້ວຫຼາຍກວ່າ 90%

            ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນການເກັບກ່ຽວເຂົ້ານາປີຂອງກະສິກອນໃນທົ່ວປະເທດສຳເລັດແລ້ວຫຼາຍກວ່າ 7 ແສນເຮັກຕາ,ເທົ່າກັບ 90 % ຂອງເນື້ອທີ່ປັກດຳທັງໝົດ 770 ພັນເຮັກຕາ,ໃນນັ້ນບັນດາແຂວງພາກກາງປະຕິບັດໄດ້ຫຼາຍກວ່າ  91%, ພາກໃຕ້ 90 % ແລະ ພາກເໜືອປະຕິບັດໄດ້ຫຼາຍກວ່າ 87 %  ແລະ ຄາດວ່າຮອດກາງເດືອນທັນວານີ້ຈະສຳເລັດ 100%  ແລະ ຈະສາມາດບັນລຸໄດ້ຕາມຄາດໝາຍແຜນການທີ່ວາງໄວ້ເປັນຢ່າງດີ.

            ກົມດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັນຫຼາຍທ້ອງຖິ່ນທີ່ມີເງື່ອນໄຂ ແລະ ສຳເລັດການເກັບກ່ຽວເຂົ້ານາປີແລ້ວນັ້ນກໍໄດ້ເລີ່ມກະກຽມໃຫ້ແກ່ການປູກເຂົ້ານາແຊງ ແລະ ພືດລະດູແລ້ງຕາມລະດູການ,ຂະນະທີ່ຂະແໜງກະສິກຳກໍໄດ້ລົງຊຸກຍູ້ແຕ່ລະທ້ອງຖິ່ນປົວແປງລະບົບ ຊົນລະປະທານ ແລະ ຄອງເໝືອງທີ່ເປເພຊຸດໂຊມ, ເພື່ອຮັບປະກັນໃຫ້ການສະໜອງນ້ຳແກ່ການຜະລິດລະດູແລ້ງນີ້ໄດ້ຮັບຜົນດີ.

No comments:

Post a Comment