Ad

Ad

1 December 2016

ນາຍົກລັດຖະມົນຕີສືບຕໍ່ຢ້ຽມຢາມແຂວງຫູໜານ

           ແຫລງຂ່າວສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ໃນວັນທີ 29 ພະຈິກ ນີ້, ຊຶ່ງເປັນມື້ທີສອງຂອງການຢ້ຽມຢາມ ສປຈີນ ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະໄດ້ໄປຢ້ຽມຢາມແຂວງຫູໜານ ບ້ານເກີດຂອງປະທານ ເໝົາເຈີຕົງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງທ່ານ Du Jiahao ເລຂາພັກແຂວງຫູໜານພ້ອມຄະນະ ແລະ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງຫູໜານໂດຍຫຍໍ້ວ່າ: ແຂວງຫູໜານເຊິ່ງເປັນບ້ານເກີດເມືອງນອນຂອງປະທານເໝົາເຈີຕົງ. ເປັນແຂວງໜຶ່ງຕັ້ງຢູ່ພາກກາງຂອງຈີນ ແລະ ມີພົນລະເມືອງຫລາຍກວ່າ 72 ລ້ານຄົນ. ແຂວງຫູ
ໜານພາຍຫລັງເປີດປະຕູສູ່ໂລກພາຍນອກແລ້ວເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວສູງສົມຄວນ, ໂດຍສະເພາະທາງດ້ານກະສິກຳ ແລະ ອຸດສາຫະກຳ ໄດ້ມີການຂະຫຍາຍ ຕົວຢ່າງວ່ອງໄວ ຕົ້ນຕໍກໍແມ່ນການຜະລິດເຄື່ອງກົນຈັກທີ່ຫລາຍກວ່າໝູ່ຢູ່ ສປຈີນ, ຜະລິດອຸປະກອນໄຟຟ້າ ແລະ ເຄື່ອງໄອທີຕ່າງໆເປັນຈຳນວນຫລວງ ຫລາຍ ແລະ ສົ່ງອອກຈຳໜ່າຍທົ່ວໂລກ. ໃນປີຜ່ານມາໂຮງງານຜະລິດລົດຂອງແຂວງກໍສາມາດຜະລິດລົດໄດ້ 1 ລ້ານຄັນ ແລະ ໃນອະນາຄົດຈະເພີ່ມການຜະລິດໃຫ້ໄດ້ 2-3 ລ້ານຄັນ, ສ່ວນພື້ນຖານການຜະລິດກະສິກຳໂດຍສະເພາະເຂົ້ານາປະສົມສາມາດຜະລິດເຂົ້າໄດ້ 15 ໂຕນຕໍ່ເຮັກຕາ. ນອກນີ້ກໍໄດ້ພັດທະນາໂຮງງານອຸດສາຫະກຳໜັກໃນເຂດເມືອງໃໝ່ຊ່າງຈ່ຽງຕື່ມອີກ.
           ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ຫລວງດັ່ງກ່າວ, ອັນໄດ້ຊ່ວຍໃຫ້ແຂວງຫູໜານມີການພັດທະນາຢ່າງວ່ອງໄວ, ມີຄວາມທັນສະໄໝ ແລະ ສັງຄົມມີຄວາມສີວິໄລ. ສ່ວນການພົວພັນ, ການຮ່ວມມືສອງຝ່າຍລາວ-ຈີນ. ຜູ້ນໍາ ສອງປະເທດ ໄດ້ເປັນເອກະພາບກັນວ່າ: ນັບແຕ່ສອງປະເທດໄດ້ສ້າງສາຍພົວພັນແບບຄູ່ຮ່ວມຍຸດສາດກໍມີຄວາມເຊື່ອໜັ້ນເຊິ່ງກັນ ແລະ ກັນ  , ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນແຕ່ລະຂົງເຂດໄດ້ຮັບໝາກຜົນເປັນໜ້າເພິ່ງພໍໃຈຕາມທິດນຳທີ່ວ່າ: ໜັ້ນຄົງຍາວນານ, ເພື່ອນບ້ານທີ່ເປັນມິດ,ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ ແລະ ບົນຈິດໃຈ 4 ດີຄື: ບ້ານໃກ້ຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ.

            ສປປ ລາວ ແລະ ແຂວງຫູໜານມີອັນຄ້າຍຄືກັນທາງດ້ານພູມຊາດ ເພາະວ່າດິນແດນບໍ່ຕິດທະເລແຕ່ກໍສາມາດຊອກຫາທ່າແຮງບົ່ມຊ້ອນມາພັດທະນາບ້ານເມືອງໃຫ້ມີຄວາມກ້າວໜ້າ, ສ່ວນ ສປປ ລາວ ບໍ່ມີຊາຍແດນຕິດທະເລ ແຕ່ພັດທະນາປະເທດໃຫ້ເປັນທາງເຊື່ອມຕໍ່ລະຫວ່າງບັນດາປະເທດໃກ້ຄຽງ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີຍັງໄດ້ເຊີນສວນບັນດານັກທຸລະ ກິດ, ນັກລົງທຶນແຂວງຫູໜານເຂົ້າໄປລົງທຶນຢູ່ ສປປ ລາວ ເພື່ອຊ່ວຍພັດທະນາປະເທດລາວຫລາຍຂຶ້ນ.

No comments:

Post a Comment