Ad

Ad

1 December 2016

ລາວ-APRC ຫາລືການເຊື່ອມຈອດໜຶ່ງແລວທາງໜຶ່ງເສັ້ນທາງ


        ວັນທີ 30 ພະຈິກນີ້ຢູ່ນະຄອນຫລວງວຽງຈັນ, ສະຖາບັນການຕ່າງປະເທດ ແລະ ສະພາມົນຕີເພື່ອສັນຕິພາບ ແລະ ຄວາມປອງດອງອາຊີ (APRC) ໄດ້ຮ່ວມກັນຈັດກອງປະຊຸມພາຍໃຕ້ຫົວຂໍ້: ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ: ຜົນກະທົບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ສຸລະກຽດ ສະຖຽນໄທ ປະທານສະພາມົນຕີເພື່ອສັນຕິພາບ ແລະ ຄວາມປອງດອງອາຊີເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນຕົວຈິງທາງດ້ານວິຊາການວ່າດ້ວຍການເຊື່ອມຈອດ ແລະ ການປະຕິບັດຍຸດທະສາດໜຶ່ງແລວທາງໜຶ່ງເສັ້ນທາງເພື່ອຮັບປະກັນຜົນປະໂຫຍດຮ່ວມກັນບົນພື້ນຖານສັນຕິພາບ ແລະ ຄວາມສາມັກຄີປອງດອງຂອງພາກພື້ນກໍຄືສາກົນ, ໂດຍແນໃສ່ການຮ່ວມມືທາງດ້ານຄວາມໝັ້ນຄົງ, ດ້ານເສດຖະກິດ-ການຄ້າ, ສ້າງສັນຕິພາບ ແລະ ການພັດທະນາທີ່ຍືນຍົງຂອງປະເທດຊາດ, ຊຶ່ງຂໍ້ລິເລີ່ມດັ່ງກ່າວຈະກາຍເປັນເຄື່ອງມື ແລະ ສິ່ງທ້າທາຍໜຶ່ງໃນການວາງແຜນການພັດທະນາເສດຖະກິດຮອບດ້ານ, ວາງແຜນການສ້າງໂຄງລ່າງພື້ນຖານ (ໂຄງການເສັ້ນທາງລົດໄຟ, ເສັ້ນທາງທີ່ຈະເຊື່ອມຈອດກັນ) ໃຫ້ໄດ້ມາດຕະຖານ, ຮັບປະກັນເພື່ອຂັບເຄື່ອນເສດຖະກິດຂອງປະເທດກໍຄືພາກພື້ນໃຫ້ເຫັນຜົນສຳເລັດຢ່າງວ່ອງໄວ.

            ໂອກາດນີ້, ຮອງນາຍົກລັດຖະມົນຕີທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນເຖິງເນື້ອໃນ ແລະ ຄວາມໝາຍສຳຄັນໃນການຈັດກອງປະຊຸມ, ພ້ອມທັງແນະນຳປະຫວັດຄວາມເປັນມາຂອງຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງທີ່ໄດ້ເລີ່ມຂຶ້ນໃນປີ 2013 ຜ່ານມາ, ຍຸດທະສາດນີ້ໂດຍລວມແມ່ນໄດ້ກາຍເປັນປັດໃຈ ສຳຄັນໃຫ້ແກ່ການຂະຫຍາຍຕົວທາງເສດຖະກິດຂອງພາກພື້ນອາຊຽນ ແລະ ເປັນການເຊື່ອມຈອດເສດຖະກິດຂອງທະວີບອາຊີອອກສູ່ທະວີບເອີຣົບ, ສ້າງໃຫ້ທະວີບອາຊີມີຄວາມເຂັ້ມແຂງ, ສາມາດເປີດປະຕູສູ່ສາກົນເພື່ອສ້າງໃຫ້ພາກພື້ນອາຊຽນມີຄວາມຈະເລີນກ້າວໜ້າ, ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ.

No comments:

Post a Comment