Ad

Ad

1 December 2016

ລະວັງ !!! ພະຍາດໃນລະດູໜາວ

          ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໄດ້ອອກມາເຕືອນໃຫ້ປະຊາຊົນເອົາໃຈ ໃສ່ຮັກສາສຸຂະພາບໃຫ້ດີ,ເນື່ອງຈາກປັດຈຸບັນສະພາບອາກາດໜາວໄດ້ເຂົ້າມາປົກຄຸມຫຼາຍເຂດໃນທົ່ວປະເທດ,ຊຶ່ງອາດສົ່ງຜົນກະທົບບໍ່ໜ້ອຍຕໍ່ສຸຂະພາບ ແລະ ການດຳລົງຊີວິດຂອງປະຊາຊົນບັນ ດາເຜົ່າ, ໂດຍສະເພາະຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກຂາດເຂີນ  ໄຂ້ຫວັດ, ອັກເສບປອດ, ພະຍາດລະບົບຫາຍໃຈ, ໄຂ້ອອອກຕຸ່ມ ແລະ ພະຍາດອື່ນໆທີ່ມັກເກີດຂຶ້, ສຳລັບຢູ່ນະຄອນຫຼວງວຽງຈັນເອງສະພາບອາກາດໜາວກໍເລີ່ມເຂົ້າມາປົກຄຸມເປັນຕົ້ນແມ່ນຕອນເຊົົ້າ ແລະ ຕອນກາງ ຄືນ, ຊຶ່ງອາດສົ່ງຜົນກະທົບຕໍ່
ສຸຂະພາບປະຊາຊົນເຊັ່ນດຽວກັນຖ້າຫາກບໍ່ເອົາໃຈໃສ່ເບິ່ງແຍງສຸຂະ ພາບໃຫ້ດີ, ດັ່ງນັ້ນຈຶ່ງເຕືອນໃຫ້ປະຊາຊົນໃນທົ່ວປະເທດຈົ່ງມີສະຕິໃນການຮັກສາສຸຂະພາບ ແລະ ປ້ອງກັນຕົນເອງຈາກພະຍາດຕ່າງໆໃຫ້ດີ, ດ້ວຍການປະຕິບັດຕາມຫຼັກການສຸຂະອະນາໄມຢ່າງເຂັ້ມງວດຄື: ນຸ່ງເຄື່ອງໃຫ້ອົບອຸ່ນຢູ່ສະເໝີ, ກິນດື່ມໃຫ້ສະອາດ, ບໍ່ຄວນອອກຕາກອາກາດເຢັນ (ຕາກໝອກ) ເປັນເວລາດົນຈົນເກີນໄປ, ສິ່ງສຳຄັນແມ່ນຕ້ອງໝັ່ນທຳຄວາມສະອາດຮ່າງກາຍ ແລະ ທີ່ຢູ່ອາໄສເປັນປະຈຳ, ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າແມ່ນໃຫ້ເອົາໃຈໃສ່ເບິ່ງແຍງເປັນພິເສດ ແລະ ເມື່ອຮູ້ສຶກບໍ່ສະບາຍຄວນໄປພົບແພດໝໍໂດຍໄວ.

          ຂ່າວໃຫ້ຮູ້ອີກວ່າ: ເຖິງແມ່ນວ່າກ້າວເຂົ້າສູ່ລະດູໜາວກໍຕາມ, ແຕ່ປັດຈຸບັນການລະບາດຂອງໄຂ້ຍຸງລາຍຢູ່ຫລາຍແຂວງຍັງມີແນວໂນ້ມເພີ່ມຂຶ້ນ, ໂດຍສະເພາະແມ່ນບັນດາແຂວງພາກໃຕ້ ແລະ ນະຄອນຫຼວງວຽງຈັນ, ຊຶ່ງນັບແຕ່ເດືອນມັງກອນມາຮອດດຽວນີ້ທົ່ວປະເທດມີຍອດຜູ້ຕິດ ເຊື້ອແລ້ວຫຼາຍກວ່າ 5.200 ຄົນ, ເພີ່ມຂຶ້ນຈາກ 2 ອາດທິດທີ່ຜ່ານມາ 400  ກວ່າຄົນ, ໃນນັ້ນມີຜູ້ເສຍຊີວິດ 10 ຄົນຄື: ແຂວງຈໍາປາສັກມີຜູ້ຕິດເຊື້ອຫຼາຍກວ່າ 1,300 ກໍລະນີ, ເສຍຊີວິດ 7 ຄົນ,ນະຄອນຫຼວງວຽງຈັນ 1.081 ກໍລະນີ, ເສຍຊີວິ 1 ຄົນບໍລິຄຳ ໄຊ  646 ກໍລະນີ, ສຍຊີວິດ 1 ຄົນ, ຄຳມ່ວນ 607 ກໍລະນີ, ສະຫວັນນະເຂດ 625 ກໍລະນີ; ສາລະວັນ 220 ກໍລະນີ, ເສຍຊີວິດ 1 ຄົນ;ອັດຕະປື 179 ກໍລະນີ; ວຽງຈັນ 150 ກໍລະນີ; ເຊກອງ 126 ກໍລະນີ; ຫຼວງພະບາງ 130 ກໍລະ ນີ; ອຸດົມໄຊ 94 ກໍລະນີ; ຫຼວງນ້ຳທາ 26 ກໍລະນີ; ໄຊຍະບູລີ 15 ກໍລະນີ; ບໍ່ແກ້ວ  7 ກໍລະ ນີ; ໄຊສົມບຸນ 6 ກໍລະນີ  ແລະ ແຂວງອື່ນໆອີກຈຳນວນໜຶ່ງ ແລະ ເຖິງວ່າຜ່ານມາ, ກະຊວງສາທາລະ ນະສຸກ ແລະ ອຳນາດການປົກຄອງໄດ້ສຸມໃສ່ການປ້ອງກັນ ແລະ ສະ ກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງດ້ວຍການໂຄສະນາແນະນຳປະຊາຊົນປ້ອງກັນຕົນເອງ ແລະ ທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານເຮືອນ ແລະ ເຂດທີ່ມີຄວາມສ່ຽງຕ່າງໆຢ່າງເປັນປະຈຳ, ແຕ່ກໍຍັງບໍ່ມີແນວໂນມຫລຸດລົງ, ກົງກັນຂາມຊ້ຳພັດມີລັກສະນະຂະຫຍາຍອອກສູ່ວົງກວ້າງ, ດັ່ງນັ້ນ ຈຶ່ງເຕືອນໃຫ້ທຸກຄົນຈົ່ງເພີ່ມທະວີການເຝົ້າລະວັງ ແລະ ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດຂື້ນຕື່ມອີກ.

No comments:

Post a Comment