Ad

Ad

1 December 2016

ລົດຈາກົວ ຮຸ່ນໃໝ່ມີຈຳໜ່າຍໃນລາວແລ້ວ

          ຄືນວັນທີ 29 ພະຈິກຜ່ານມານີ້, ບໍລິສັດ ລາວຈາກົວ ແລນ ໂລເວີ ໄດ້ຈັດພິທີນຳສະເໜີລົດ ຈາກົວ ເອຟ-ເພຊ ຮຸ່ນໃໝ່ທີ່ມີຄວາມຫລູຫລາ ແລະ ມີລະດັບຂອງຕະກູນຈາກົວ, ໂດຍການເຂົ້າຮ່ວມຂອງທ່ານ ຮີວ ອີແຈນສ໌ ເອກອັກຄະລັດສະທູດອັງກິດ ປະຈຳລາວ, ທ່ານນາງ ຈັນທະຈອນ ວົງໄຊ ແລະ ທ່ານ ໄຊຍະເດດ ວົງໄຊ ຜູ້ຖືຮຸ້ນສ່ວນບໍລິສັດດັ່ງກ່າວ, ພ້ອມດ້ວຍລູກຄ້າ ແລະ ພະ ນັກງານພາຍໃນບໍລິສັດເຂົ້າຮ່ວມຢ່າງຫລວງ ຫລາຍ.

          ຜູ້ຈັດການຝ່າຍບໍລິຫານ ແລະ ການຂາຍ ກ່າວວ່າ: ລົດຈາກົວ ເອຟ-ເພຊ ເປັນລົດຈິບອະ ເນກ
ປະສົງ ທີ່ຖືກພັດທະນາ ແລະ ອອກແບບມາໃຫ້ມີຄວາມປານີດ ແລະ ມີປະສິດທິພາບ ອັນເປັນເອກກະລັກທີ່ມີຊື່ສຽງຂອງຈາກົວ, ໂດຍມາພ້ອມກັບການປ່ຽນແປງທີ່ໂດດເດັ່ນ ແລະ ໃຊ້ງານຄ່ອງໂຕໃນຊີວິດປະຈຳ ວັນ. ໂຄງສ້າງຂອງລົດ ຈາກົວ ເອຟ-ເພຊ ເປັນອາລູມິນ້ຽມທີ່ມີນ້ຳໜັກເບົາ, ແຕ່ມີຄວາມແຂງແກ່ນ ແລະ ມີສັດສ່ວນດ້ວຍຄຸນ ສົມບັດທີ່ມີແຮງບັນດານໃຈຈາກລຸ້ນກ່ອນເຊັ່ນ: ບັງຕົມ ແລະ ຊ່ອງລະບາຍອາກາດແບບສະເພາະ, ພ້ອມດ້ວຍຄວາມໂດດເດັ່ນຂອງໄຟຕາທ້າຍ ແລະ ຄຸນສົມບັດອື່ນໆຢ່າງຫລວງຫລາຍມາພ້ອມກັບລົດຮຸ່ນດັ່ງກ່າວ, ໂດຍສາມາດເຂົ້າໄປຊົມ ແລະ ໃຊ້ບໍລິການນຳບໍລິສັດ ລາວຈາກົວ ແລນໂລເວີ້ໄດ້ທຸກເວລາ.

No comments:

Post a Comment