Ad

Ad

12 December 2016

ກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານຮ່ວມມືຂອງລັດຖະບານກັບອົງການ UNFPA

          ວັນທີ 9 ທັນວານີ້, ກະຊວງແຜນການ ແລະ ການລົງທຶນຮ່ວມກັບອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ( UNFPA ) ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານຮ່ວມມືຂອງລັດຖະບານກັບອົງການ UNFPA ໄລຍະທີ 5 (2011-2015) ແລະ ສ້າງແຜນໄລຍະທີ 6 ( 2017-2021 ) ຂຶ້ທີ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ຫົວໜ້າກົມຮ່ວມມືສາກົນກະຊວງແຜນການ ແລະ ການລົງທຶນ, ຮອງຜູ້ຕາງໜ້າອົງການ UNFPA .
          ປະຈຳລາວ, ພ້ອມດ້ວຍຄູ່ຮ່ວມພັດທະນາ ແລະ ຂະແໜງການຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ຫົວໜ້າກົມຮ່ວມມືສາກົນມີຄຳເຫັນວ່າ: ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດແຜນງານໂຄງການປີ 2016 ທີ່ນອນຢູ່ໃນກອບແຜນງານຮ່ວມມືລະຫ່ວາງລັດຖະບານລາວ ແລະ ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນໄລຍະທີ 5 ແລະ ເພື່ອປຶກສາຫາລືກ່ຽວກັບການສ້າງແຜນວຽກປີ 2017  ແລະ ກອບການຮ່ວມມືດັ່ງກ່າວໄລຍະທີ 6 ( 2017-2021 ), ຊຶ່ງຜ່ານການລາຍງານຈາກເຈົ້າໜ້າທີ່ກ່ຽວຂ້ອງຂອງອົງການ UNFPA ເຫັນວ່າການຈັດຕັ້ງປະຕິບັດແຜນງານ ແລະ ງົບປະມານໃນໄລຍະທີ 5 (20112015 ) ສາມາດມາດບັນລຸໄດ້ຄາດໝາຍໄດ້ 92 % ແລະ ສຳລັບປີ 2016 ນີ້ແມ່ນສາມາດບັນລຸໄດ້ 97% , ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາແຜນງານໂຄງການຫຼາຍພາກສ່ວນນັບທັງຂະແໜງການທ້ອງຖິ່ນທີ່ນຳເອົາການສະໜັບສະໜູນຊ່ວຍເຫຼືອຈາກອົງການ UNFPA ໄປຊຸກຍູ້ການຈັດຕັ້ງປະຕິບັດໜ້າວຽກທີ່ນອນຢູ່ໃນບູລິມະສິດຂອງຕົນປະສົບຜົນສຳເລັດເປັນຢ່າງດີ.

             ທ່ານ ຫົວໜ້າກົມຮ່ວມມືສາກົນກ່າວວ່າ: ນອກຈາກການທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະທີ 5 ແລ້ວ, ພວກເຮົາຍັງຈະໄດ້ຮັບຟັງແຜນການຮ່ວມມືໃນໄລຍະທີ 6 ຂອງອົງການ UNFPA ທີ່ຈະຊ່ວຍເຫຼືອສະໜັບສະໜູນ ສປປ ລາວ, ພ້ອມທັງປຶກສາຫາລືບັນດາໜ້າວຽກຕ່າງໆທີ່ນອນຢູ່ໃນກອບການຮ່ວມມືໄລຍະທີ 6 ລະຫວ່າງຂະແໜງການ ແລະ ອົງການ UNFPA ເພື່ອເຮັດແນວໃດໃຫ້ການຊຸກຍູ້ດັ່ງກ່າວໄດ້ປະກອບສ່ວນນຳພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາ.

No comments:

Post a Comment