Ad

Ad

12 December 2016

ໂຮງໄຟຟ້າຫົງສາມຸ່ງໝັ້ນເປັນຜູ້ນໍາດ້ານເຕັກໂນໂລຊີຢູ່ລາວ

          ແຫລ່ງຂ່າວຈາກສຳນັກງານຂ່າວສານປະເທດລາວ ໃຫ້ຮູ້ວ່າ: ພາຍຫລັງເປີດນຳໃຊ້ ໂຮງໄຟຟ້າພະລັງຄວາມຮ້ອນຫົງສາ ຢ່າງເປັນທາງການໃນເດືອນທັນວາປີຜ່ານມາ, ຮອດປັດຈຸບັນ ກໍຄົບຮອບໜຶ່ງປີແລ້ວ ຂະນະທີ່ ການຜະລິດກະແສໄຟຟ້າໄດ້ດຳເນີນເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອສະໜອງຕອບໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ, ພ້ອມທັງມຸ່ງໝັ້ນໃຫ້ເປັນໂຮງໄຟຟ້າທີ່ມີເຕັກໂນໂລຊີນຳໜ້າ ໃນ ສປປ ລາວ ທັງເປັນມິດກັບສິ່ງແວດລ້ອມ ແລະ ເປັນທີ່ເຊື່ອໝັ້ນຂອງປະຊາຊົນໃນທ້ອງຖິ່ນ.

          ທ່ານ ສົມສັກ ສິດທິນາມສຸວັນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ໃຫ້ຮູ້ວ່າ: 1 ປີຜ່ານມາ ເຖິງວ່າໂຮງໄຟຟ້າພະລັງຄວາມຮ້ອນຫົງສາ ຈະດຳເນີນການຜະລິດຢ່າງຕໍ່ເນື່ອງ ແຕ່ກໍຍັງບໍ່ທັນຄ່ອງຕົວເນື່ອງຈາກມີການປັບປຸງແກ້ໄຂດ້ານເຕັກນິກໄປພ້ອມ, ຄາດວ່າພາຍໃນ 1-2 ປີຕໍ່ໜ້າ ໂຮງໄຟຟ້າແຫ່ງນີ້ຈະໄດ້ຜະລິດກະແສໄຟຢ່າງສົມບູນແບບ ຕາມກຳນົດໃຫ້ມີກຳລັງການຜະລິດ 1.878 ເມກາວັດ. ແນວໃດກໍດີ ການຜະລິດກະແສໄຟຟ້າໃນເບື້ອງຕົ້ນ ແມ່ນມີຜົນສຳເລັດສູງສົມຄວນສາມາດມອບເງິນຄ່າພາກຫລວງໃຫ້ແກ່ລັດຖະບານແລ້ວປະມານ 700 ລ້ານບາດ ແຕ່ຍັງບໍ່ໄດ້ລວມພັນທະພາສີອາກອນ.
          ໂຮງໄຟຟ້າພະລັງຄວາມຮ້ອນຫົງສາ ໄດ້ເລີ່ມການກໍ່ສ້າງແຕ່ປີ 2011 ແລະ ສຳເລັດ ໃນປີ 2015 ເຊິ່ງມີກຳນົດການຈຳໜ່າຍໄຟຟ້າ ສຳລັບເຕົາທີ 1 ໃນເດືອນມີຖຸນາ ແລະ ເຕົາທີ 3 ໃນເດືອນພະຈິກ 2015, ສ່ວນເຕົາທີ 3 ສາມແມ່ນເລີ່ມຈ່າຍໄຟໃນເດືອນມີນາ 2016, ມີມູນຄ່າກໍ່ສ້າງທັງໝົດ 3.700 ລ້ານໂດລາສະຫະລັດ. ພ້ອມດຽວກັນນັ້ນ, ບໍລິສັດ ໄຟຟ້າຫົງສາ ຈຳກັດ ມີການປະຕິບັດມາດຕະຖານຈັດການດ້ານສິ່ງແວດລ້ອມ, ດ້ານສຸຂະນາໄມ ແລະ ຄວາມປອດໄພຂອງທະນາຄານໂລກ, ລວມເຖິງມາດຕະຖານດ້ານຄຸນນະພາບຂອງ ສປປ ລາວ ເປັນຢ່າງດີ ດ້ວຍການນຳໃຊ້ເຄື່ອງດັກຈັບຂີ້ຝຸ່ນໄດ້ເຖິງ 98% ກ່ອນຈະປ່ອຍຂຶ້ນສູ່ອາກາດ.

          ບໍລິສັດ ຍັງໄດ້ຖືສຳຄັນດ້ານຍົກຍ້າຍ, ຈັດສັນ, ຊົດເຊີຍ ແລະ ສົ່ງເສີມການພັດທະນາເສດຖະກິດຄອບຄົວໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບ 450 ຄອບຄົວ ໃຫ້ໄດ້ມີທີ່ຢູ່ອາໄສໃໝ່, ພ້ອມທັງສ້າງໂອກາດທາງດ້ານການສຶກສາ, ການພັດທະນາອາຊີບ ແລະ ການບໍລິການ ເພື່ອຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນ. ໃນຂະນະດຽວກັນ ກໍໄດ້ມີສ່ວນຮ່ວມສໍາຄັນໃນການສະໜັບສະໜູນກິດຈະ ກຳຂອງເມືອງຫົງສາ ໃນດ້ານວັດຖຸອຸປະກອນ ແລະ ການພັດທະນາພື້ນຖານໂຄງລ່າງຂອງເມືອງໃຫ້ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

No comments:

Post a Comment