Ad

Ad

12 December 2016

ເພີ່ມຄວາມຮູ້ການຄວບຄຸມຢາສູບໃຫ້ພະນັກງານກະຊວງປ້ອງກັນປະເທດ

          ວັນທີ 9 ທັນວານີ້, ທີ່ສະໂມສອນໂຮງໝໍ 103 ໄດ້ມີກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຄວບຄຸມຢາສູບ ໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດ, ໂດຍມີທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມ-ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ທັງເປັນຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ, ມີບັນດານາຍ ແລະ ພົນທະຫານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງຢ່າງຫລວງຫລາຍ.

          ເພື່ອສ້າງຄວາມຮູ້,ຄວາມເຂົ້າໃຈ ກ່ຽວກັບການຄວບຄຸມຢາສູບ ໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດ, ພ້ອມທັງເປັນການປຶກສາຫາລື ກ່ຽວກັບການມີສ່ວນຮ່ວມ ຂອງກົມ, ກອງ, ຫ້ອງການ ພາຍໃນກອງທັບ ເພື່ອເຮັດໃຫ້ສຳນັກງານ, ຫ້ອງການ ຂອງກະຊວງປ້ອງກັນປະເທດ ເປັນເຂດປອດຄວັນຢາສູບ.

          ທ່ານ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບໄດ້ກ່າວວ່າ: ກອງທັບປະຊາຊົນລາວ ຍາມໃດກໍເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງກຳລັງພົນ ຖ້າບຸກຄະລາກອນ ບໍ່ມີສຸຂະພາບແຂງແຮງ ການປ້ອງກັນຊາດ ແລະ ການສ້າງສາພັດທະນາປະເທດຊາດ ອາດຈະປະຕິບັດບໍ່ໄດ້ເຕັມເມັດເຕັມໜ່ວຍ. ເຊິ່ງພະຍາດທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບຂອງຜູ້ອື່ນ ແມ່ນສາມາດປ້ອງກັນ ແລະ ຫລີກລ້ຽງດ້ວຍຕົນເອງ, ສຳລັບຜູ້ທີ່ສູບຢາ ກໍຄວນຈະສູບຢູ່ບ່ອນທີ່ບໍ່ລົບກວນຄົນອື່ນ ໂດຍສະເພາະ ແມ່ຍິງ, ເດັກນ້ອຍ ແລະ ແມ່ຍິງຖືພາ. ດັ່ງນັ້ນ ການຈັດສັນເຂດປອດຄວັນຢາສູບ ຈຶ່ງເປັນການຈັດລະບຽບໃນການສູບຢາຄືນໃໝ່ ເພື່ອຄວາມເປັນລະບຽບ ແລະ ຄວາມສະອາດ ຕາມຄຳຂວັນ 6 ສ ທີ່ນະຄອນຫລວງວຽງຈັນໄດ້ວາງອອກ ໂດຍສະເພາະ ສ. ສະອາດ. ພ້ອມດຽວກັນນີ້, ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຍັງໄດ້ກ່າວຕື່ມອີກວ່າ: ສຳລັບຂົງເຂດກອງທັບປະຊາຊົນລາວ ແມ່ນຈະຕ້ອງໄດ້ເລີ່ມຈາກ ສຳນັກງານ, ຫ້ອງການ, ຫ້ອງປະຊຸມ, ຮ້ານອາຫານ ແລະ ສະຖານທີ່ຕ່າງໆ ທີ່ມີຄົນມາເຕົ້າໂຮມກັນ ເພື່ອເປັນການປະກອບສ່ວນໃນການປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບ, ພ້ອມທັງເປັນການຈັດຕັ້ງປະຕິບັດກົດໝາຍ ກໍຄືສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ທີ່ ສປປ ລາວ ໄດ້ເປັນພາຄີ. 

No comments:

Post a Comment