Ad

Ad

12 December 2016

ການຄ້າລາວ-ຈີນຜ່ານດ່ານສາກົນບໍ່ເຕັນບັນລຸ 1 ຕື້ກວ່າໂດລາສະຫະລັດ

          ແຫລ່ງຂ່າວ ສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ການແລກປ່ຽນຊື້-ຂາຍສິນຄ້າຢູ່ດ່ານສາກົນບໍ່ເຕັນຜ່ານຊາຍແດນລາວ-ຈີນ ໄດ້ມີມູນຄ່າບັນລຸຫລາຍກວ່າ 1 ຕື້ໂດລາສະຫະລັດ ແລະ ເຊື່ອວ່າພາຍຫລັງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນສໍາເລັດມູນຄ່າການຄ້າລະຫວ່າງລາວ-ຈີນ ຈະເພີ່ມຂຶ້ນເທົ່າຕົວ.
          ທ່ານຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັນ ໃຫ້ຮູ້ວ່າ: ການຄ້າລາວ-ຈີນຜ່ານດ່ານສາກົນບໍ່ເຕັນບັນລຸ 1 ຕື້ກວ່າໂດລາສະຫະລັດ, ໃນນັ້ນສິນຄ້າສົ່ງອອກແມ່ນ 352 ກວ່າລ້ານໂດລາສະຫະລັດ, ສໍາລັບຄົນເຂົ້າ-ອອກປີໜຶ່ງມີຫລາຍກວ່າ 250 ພັນຄົນ ໃນແຕ່ລະມື້ມີລົດຜ່ານປະມານ 4 ຮ້ອຍກວ່າຄັນ. ດ່ານສາກົນ-ບໍ່ເຕັນ ໄດ້ແຍກອອກເປັນ 2 ດ່ານຄື: ດ່ານໃຫ້ບໍລິການກວດຄົນເຂົ້າ-ອອກເມືອງ ແລະ ດ່ານກວດກາພາສີ.  ແນວໃດກໍດີ ສົກປີນີ້ເຫັນວ່າມູນຄ່າການຄ້າສອງສົ້ນລະຫວ່າງສອງປະເທດຜ່ານດ່ານສາກົນບໍ່
ເຕັນມີຈໍານວນເພີ່ມຂຶ້ນ ສ່ວນໃຫຍ່ເປັນປະເພດກົນຈັກ, ເຄື່ອງຮັບໃຊ້ຊີວິດປະຈໍາວັນ. ພອ້ມນີ້ ຂົງເຂດດ່ານດັ່ງກ່າວ ຍັງເປັນເຂດເສດຖະກິດພິເສດບໍ່ເຕັນແດນງາມ ໂດຍນັກທຸລະກິດຈີນໄດ້ເຂົ້າມາສໍາປະທານເພື່ອພັດທະນາໃຫ້ເປັນຕົວເມືອງທັນສະໄໝ. ເຈົ້າໜ້າທີ່ຈີນ ໄດ້ເອົາໃຈໃສ່ ເພື່ອຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດເຊັ່ນ: ບັນຫາ ການຄ້າມະນຸດ, ຄ້າຂາຍເຖື່ອນ ແລະ ອື່ນໆ, ທັງໄດ້ເອົາໃຈໃສ່ການກວດກາສຸຂາອານາໄມກ່ຽວກັບພຶດນໍາເຂົ້າ ແລະ ສົ່ງອອກ.

          ທ່ານ ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັນຕື່ມວ່າ: ສໍາລັບແຜນຮອງຮັບການເຂົ້າ-ອອກຜ່ານດ່ານແມ່ນ ພວມຂະຫຍາຍສະຖານທີ່ ແລະ ຊ່ອງທາງລົດໃໝ່ ໃຫ້ບໍລິການສໍາລັບລົດເບົາ, ສ່ວນດ່ານເກົ່າແມ່ນຈະໃຊ້ບໍລິການສໍາລັບລົດຂົນສົ່ງໜັກ.

No comments:

Post a Comment