ໂດຍ: ວິເສດ
ສະແຫວງສຶກສາ
ນັບແຕ່ຕົ້ນປີ 2015 ເຖິງປັດຈຸບັນ,
ອິນໂດເນເຊຍໄດ້ຢຽບຄັນເລັ່ງອຸດສາຫະກຳທ່ອງທ່ຽວໃຫ້ກະໂດດໄປຂ້າງໜ້າ
ດ້ວຍຈັງຫວະສາຍຟ້າແລບ. ໃນຕົ້ນປີ 2015
ນັກທ່ອງທ່ຽວຈາກບໍ່ພໍເທົ່າໃດປະເທດເທົ່ານັ້ນທີ່ໄດ້ຮັບການຍົກເວັ້ນວີຊາເຂົ້າອິນໂດເນເຊຍ,
ແຕ່ພໍຕົກມາຮອດທ້າຍຂອງປີດຽວກັນນັ້ນ
ຈຳນວນປະເທດທີ່ໄດ້ຮັບນະໂຍບາຍນີ້ໄດ້ພຸ່ງຂຶ້ນຫລາຍກວ່າ 90 ປະເທດ ແລະ ມາຮອດດຽວນີ້
ນັກທ່ອງທ່ຽວກວ່າ 100 ປະເທດ
ສາມາດໄປທ່ອງທ່ຽວເຄື່ອນໄຫວຢູ່ອິນໂດເນເຊຍໂດຍບໍ່ຈຳເປັນມີວີຊາ.
ນອກຈາກວິທີດຶງດູດນັກທ່ອງທ່ຽວດ້ວຍການຍົກເວັ້ນວີຊາແລ້ວ,
ລັດຖະບານເວົ້າລວມ,
ເວົ້າສະເພາະກໍແມ່ນກະຊວງທ່ອງທ່ຽວອິນໂດເນເຊຍຍັງໄດ້ວາງແຜນຍຸດທະສາດສະເພາະໜ້າ
ແລະ ຍາວນານ ເພື່ອກວາດນັກທ່ອງທ່ຽວຕ່າງ
ປະເທດເຂົ້າໄປມີສ່ວນປະກອບສົ່ງເສີມລາຍຮັບຂອງຊາດ,
ລາຍໄດ້ຂອງພົນລະເມືອງ
ແລະ ສ້າງວຽກເຮັດງານທຳໃນຂະແໜງການບໍລິການທ່ອງທ່ຽວ. ພາຍໃນປີ 2019
ຄາດວ່າຈະມີນັກທ່ອງທ່ຽວເຂົ້າໄປອິນໂດເນເຊຍປະມານ 20 ລ້ານຄົນ
ຫລາຍກວ່າໃນປັດຈຸບັນທີ່ມີຈຳນວນ 12 ລ້ານຄົນຕໍ່ປີ.
ເມື່ອສົມທຽບກັບບາງປະເທດໃກ້ຄຽງຈຳນວນນັກທ່ອງທ່ຽວທີ່ເຂົ້າໄປອິນໂດເນເຊຍຍັງຖືວ່າໜ້ອຍ
ແຕ່ຈຳນວນເງິນທີ່ນັກທ່ອງທ່ຽວໃຊ້ຈ່າຍນັ້ນພັດມີຈຳນວນຫລາຍກວ່າໂດຍສະເລ່ຍ. ນີ້ສະແດງໃຫ້ເຫັນວ່າ
ປະເທດນີ້ມີສັກກະຍະພາບໃນດ້ານການບໍລິການ.
ໃນເມື່ອກ່ອນອິນໂດເນເຊຍຍັງກາງຕໍ່ແຫລ່ງທ່ອງທ່ຽວທີ່ມີຊື່ສຽງລະດັບໂລກ
ເຊັ່ນເກາະບາຫລີພຽງແຫ່ງດຽວເປັນຕົ້ນຕໍ ແຕ່ຕໍ່ໄປນີ້ແຫລ່ງທ່ອງທ່ຽວອີກ 10
ແຫ່ງຈະໄດ້ຮັບການພັດທະນາ, ໃນນັ້ນລວມມີເຂດໜອງໂຕບາ (Lake Toba) ເຂດທັດສະນີຍະພາບໃນພາກເໜືອເກາະສູມາຕຼາ,
ເຂດວັດໂບໂຣບູດ
(Borobudur)
ຢູ່ໃຈກາງເກາະຈາວາ
ແລະ ເຂດທຳມະຊາດ “ພັນໆດອນ” ທີ່ຈາກາຕາ.
ໄປພ້ອມໆກັບການພັດທະນາແຫລ່ງທ່ອງທ່ຽວລະດັບສູນກາງແລ້ວ
ລັດຖະບານອິນໂດເນເຊຍຍັງໄດ້ຈັດແບ່ງງົບປະມານຈຳນວນ 89 ພັນຕື້ຣູເປຍ
(ສະກຸນເງິນອິນໂດເນເຊຍໃນອັດຕາແລກປ່ຽນປະມານ 9 ພັນສາມຮ້ອຍປາຍຣູເປຍຕໍ່ 1
ໂດລາສະຫະລັດ-ອັດຕາແລກປ່ຽນໃນປີ 2012) ເພື່ອພັດທະນາເຂດທ່ອງທ່ຽວລະດັບທ້ອງຖິ່ນ
ໂດຍເອົາຫົວໜ່ວຍບ້ານທີ່ມີພື້ນຖານດ້ານວັດທະນະທຳເປັນເອກະລັກ ຫລື
ມີທິວທັດທຳມະຊາດທີ່ສວຍງາມເປັນເປົ້າໝາຍ. ນອກຈາກພື້ນຖານດ້ານວັດທະນະທຳ ແລະ
ທຳມະຊາດແລ້ວ ບ້ານທີ່ຈະໄດ້ຮັບທຶນພັດທະນາການທ່ອງທ່ຽວຍັງຕ້ອງເປັນບ້ານທີ່ຢູ່ໃນເຂດທຸກຍາກຫລ້າຫລັງ.
ງົບປະມານ 89 ພັນຕື້ຣູເປຍ ນັ້ນຈະບິແບ່ງໃຫ້ແຕ່ລະບ້ານເປົ້າໝາຍໃນຈຳນວນ 1 ຕື້ຣູເປຍຕໍ່ 1
ບ້ານ ເພື່ອໃຊ້ຈ່າຍພັດທະນາໂຄງລ່າງການທ່ອງທ່ຽວ ແລະ ການບໍລິການ ເຊັ່ນເສັ້ນທາງ,
ໂຮງແຮມ,
ແຫລ່ງທ່ອງທ່ຽວ,
ຮ້ານຄ້າ-ຮ້ານອາຫານ,
ສູນຜະລິດສິນຄ້າຫັດຖະກຳປະເພດສິ່ງລະລຶກ.
ນາຍບ້ານແຕ່ລະບ້ານມີສິດເດັດຂາດໃນການຄຸ້ມຄອງກ້ອນທຶນ ແລະ
ຕົກລົງຮ່ວມກັບຊາວບ້ານກ່ຽວກັບການໃຊ້ຈ່າຍພັດທະນາການທ່ອງທ່ຽວ.
ແຜນພັດທະນາການທ່ອງທ່ຽວລະດັບບ້ານນີ້ເອີ້ນວ່າ ແຜນງານການທ່ອງທ່ຽວບ້ານ (Tourism
Village Programme) ເຊິ່ງຈະເລີ່ມປະຕິບັດນັບແຕ່ປີ 2017 ເປັນຕົ້ນໄປ ທັງນີ້ກໍເພື່ອສ້າງລາຍຮັບ ແລະ
ວຽກເຮັດງານທຳໃຫ້ບັນດາຊາວບ້ານໃນເຂດທຸກຍາກທົ່ວປະເທດ.
No comments:
Post a Comment