Ad

Ad

12 December 2016

ການເປີດກອງປະຊຸມປຶກສາຫາລືພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ຄັ້ງທີ 10

     ວັນທີ 9 ທັນວາ 2016, ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ພ້ອມກັບ ກະຊວງແຜນການ ແລະ ການລົງທຶນລາວ ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ຄັ້ງທີ 10 ຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນປະຈຳວຽງຈັນ, ຫ້ອງ ການ JBIC ປະຈຳບາງກອກ, ຫ້ອງການ JETRO ປະຈຳລາວ, ຫ້ອງການ JICA ປະຈຳລາວ ແລະ ສູນ ASEAN-ຍີ່ປຸ່ນ.
     ຕາງໜ້າໃຫ້ລັດຖະບານລາວເຂົ້າຮ່ວມໂດຍ ພະນະທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຕາງໜ້າໃຫ້ລັດຖະບານຍີ່ປຸ່ນແມ່ນ ພະນະທ່ານ ທາເຄຊິ ຮີຄິຮາຣະ ເອກ
ອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ພ້ອມທັງຍັງມີທ່ານ ໂຕຊິຈິ ໂຢຊິດະ ປະທານສະພາອຸດສາ ຫະກຳ ແລະ ການຄ້າຍີ່ປຸ່ນປະຈຳວຽງຈັນ ກໍໃຫ້ກຽດເຂົ້າຮ່ວມເຊັ່ນດຽວກັນ. ຜູ້ເຂົ້າຮ່ວມທັງສອງຝ່າຍ ລາວ-ຍີ່ປຸ່ນ ແມ່ນໄດ້ມີການແລກປ່ຽນຄຳຄິດຄຳເຫັນກັນຢ່າງກົງໄປກົງມາ ແລະ ເປັນກອງປະຊຸມທີ່ມີຄວາມໝາຍຢ່າງຍິ່ງ.
     ຈຸດປະສົງຫລັກຂອງກອງປະຊຸມດັ່ງກ່າວແມ່ນຍົກໃຫ້ເຫັນເຖິງບັນຫາທີ່ກ່ຽວກັບສະພາບແວດລ້ອມທຸລະກິດທີ່ບໍລິສັດຍີ່ປຸ່ນທີ່ມາລົງທຶນໃນປະເທດລາວພົບພໍ້ຢູ່ໃຫ້ແກ່ລັດຖະບານລາວໂດຍກົງ, ລັດ ແລະ ເອກະຊົນກາຍເປັນອັນໜຶ່ງອັນດຽວ, ປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືຮ່ວມກັນ ເພື່ອແກ້ໄຂບັນຫາຕ່າງໆ ແລະ ອີກຈຸດປະສົງໜຶ່ງກໍຄືການຈັດການປຶກສາຫາລືທີ່ແນໃສ່ໃຫ້ໄດ້ໝາກຜົນ ເພື່ອຍົກລະດັບແວດລ້ອມການລົງທຶນຂອງປະເທດລາວຂຶ້ນຕື່ມ ໂດຍຜ່ານການແກ້ໄຂບັນຫາຕ່າງໆທີ່ບໍລິສັດຍີ່ປຸ່ນພົບພໍ້ຢູ່ ພາຍໃຕ້ 3 ໜ່ວຍງານທີ່ເຮັດວຽກຮ່ວມກັນ (Working Group) ທີ່ກ່ຽວກັບຄວາມໂປ່ງໃສຂອງກົດໝາຍ-ລະບຽບການຕ່າງໆ ແລະ ການປະເມີນຜົນ, ພາສີອາກອນ, ການຂົນສົ່ງ ແລະ ການອອກໃບອະນຸຍາດ.
     ໃນໄລຍະນີ້, ບໍລິສັດຍີ່ປຸ່ນແມ່ນໄດ້ເດີນໜ້າການລົງທຶນຢ່າງຫ້າວຫັນໃນ ສປປ ລາວ ໂດຍແນໃສ່ຂະແໜງການຜະລິດ ເຊິ່ງປັດຈຸບັນໄດ້ມີບໍລິສັດມາລົງທຶນທີ່ປະເທດລາວເພີ່ມຂຶ້ນເປັນ 135 ບໍລິສັດແລ້ວ, ເພີ່ມຂຶ້ນເປັນ 2 ເທົ່າເມື່ອສົມທຽບໃສ່ 5 ປີກ່ອນ. ການລົງທຶນຂອງບໍລິສັດຍີ່ປຸ່ນຈະເປັນການແບ່ງປັນຄວາມຮູ້ໃນການຈັດການ, ເຕັກນິກການຜະລິດ, ການສ້າງວຽກເຮັດງານທຳໃນປະເທດລາວ, ນັ້ນໝາຍເຖິງການສະໜັບສະໜູນໃນຮູບແບບຂອງປະເທດຍີ່ປຸ່ນຕໍ່ເສດຖະກິດຂອງປະເທດລາວ.

     ໃນອະນາຄົດ, ເພື່ອແນໃສ່ກອງປະຊຸມຄັ້ງທີ 11 ໃນເດືອນທັນວາປີໜ້າ, ຈະມີການຢືນຢັນໝາກຜົນຂອງກອງປະຊຸມທີ່ຜ່ານມາທັງ 10 ຄັ້ງອີກເທື່ອໜຶ່ງ ໂດຍ 2 ຝ່າຍ, ຕໍ່ກັບບັນຫາທີ່ຍັງບໍ່ຖືກແກ້ໄຂ, ບັນຫາໄລຍະກາງ ແລະ ອື່ນໆທີ່ເປັນບັນຫາທີ່ຈຳເປັນນີ້ ຝ່າຍຍີ່ປຸ່ນມີແຜນທີ່ຈະຮວບຮວມ ແລະ ຮ່າງຂໍ້ສະເໜີດ້ານນະໂຍບາຍ. ພ້ອມດຽວກັນນັ້ນ ຕໍ່ກັບວຽກງານດັ່ງກ່າວ ຍີ່ປຸ່ນຈະເຮັດວຽກຮ່ວມກັນກັບຝ່າຍລາວໃນການສ້າງແຜນປະຕິບັດວຽກງານ ແລະ ຈະມີການປະກາດແຜນດັ່ງກ່າວອອກໃນເດືອນທັນວາປີ 2017.

No comments:

Post a Comment