Ad

Ad

12 December 2016

ເປີດນຳໃຊ້ຫ້ອງທົດລອງເຕັກໂນໂລຊີພະລັງງານທົດແທນ

          ພິທີມອບ-ຮັບ ແລະ ເປີດນຳໃຊ້ຫ້ອງທົດລອງເຕັກໂນໂລ ຊີພະລັງງານທົດແທນ ລະຫວ່າງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ສະຖາບັນວັດສະດຸ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ, ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ບ້ານດົງໝາກຄາຍ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ
ຈຸຫງອກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສສ ຫວຽດ ນາມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
          ທ່ານ ບຸນຈັນ ດວງວິໄລ ຮອງຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດ ສະດຸໃໝ່ ກະຊວງວິທະຍາສາດ ແລະເຕັກໂນໂລຊີ ກ່າວວ່າ: ເພື່ອປະຕິບັດຕາມສົນທິ ສັນຍາໂຄງການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ຫວຽດນາມ, ໃນການຮ່ວມມືສ້າງຫ້ອງທົດລອງເຕັກໂນໂລຊີພະລັງງານທາງເລືອກທີ່ສະອາດກັບສະ ຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ໂດຍເລີ່ມລົງມືກໍ່ສ້າງມາແຕ່ເດືອນ ມີຖຸນາ 2014 ຈົນມາເຖິງປັດຈຸບັນແມ່ນໄດ້ສຳເລັດ, ໃນມູນຄ່າການກໍ່ສ້າງທັງໝົດ 7,4 ຕື້ດົງ (ສະກຸນເງິນຫວຽດນາມ), ໃນນີ້ຝ່າຍລາວປະກອບສ່ວນ 788 ລ້ານກວ່າດົງ, ນອກນັ້ນຍັງມີມູນຄ່າຊື້ອຸປະກອນເຄື່ອງມືເພື່ອສະໜອງເຂົ້າໃນຫ້ອງທົດລອງຂອງສະຖາບັນຫລາຍກວ່າ 6 ຕື້ດົງ.

          ທ່ານ ດິ້ງ ລາມ ຮອງຫົວໜ້າສະຖາບັນວິທະຍາສາດວັດສະດຸ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ກ່າວວ່າ: ສຳລັບຫ້ອງທົດລອງ ດັ່ງກ່າວແມ່ນສ້າງຂຶ້ນ ເພື່ອເປັນພື້ນຖານ ໃນການຄົ້ນຄວ້າທາງດ້ານເຕັກໂນໂລຊີພະລັງງານທາງເລືອກທີ່ສະອາດ ເປັນຕົ້ນແມ່ນ ໝໍ້ໄຟພະລັງງານແສງຕາເວັນ, ພະລັງງານຊີວະພາບ ແລະ ອື່ນໆ, ພ້ອມທັງໃຫ້ການຊ່ວຍເຫຼືອ ແລະ ຝຶກອົບຮົມໃຫ້ແກ່ພະນັກງານບຸກຄະລາກອນທາງ ດ້ານເຕັກໂນໂລຊີພະລັງງານທາງເລືອກທີ່ສະອາດເພື່ອໃຫ້ມີປະສິດທິຜົນສູງ.     

No comments:

Post a Comment