Ad

Ad

12 December 2016

ນາຍົກລັດຖະມົນຕີໂອ້ລົມຕໍ່ກອງປະຊຸມຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

          ໃນວັນທີ 9 ທັນວານີ້, ຢູ່ສູນປະຊຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໂດຍທ່ານໄດ້ເນັ້ນຫລາຍບັນຫາໃຫ້ຄະນະນຳ ແລະ ສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວຊຸດໃໝ່ເອົາໃຈໃສ່ຄື: ຕ້ອງກຳແໜ້ນແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ເຄື່ຶອນໄຫວທຸລະກິດໃຫ້ຖືກຕ້ອງ ແລະ ສອດຄ່ອງ; ປະກອບສ່ວນ ຄຳຄິດຄຳເຫັນໃນການປັບປຸງ ແລະ ສ້າງບັນດາກົດໝາຍໃໝ່ ແລະ ນິຕິກຳທີ່ພົວພັນກັບ ການເຄື່ອນໄຫວທຸລະກິດ ເພື່ອໃຫ້ແທດເໝາະກັບຕົວຈິງ; ເປັນກົງຈັກຊ່ວຍລັດຖະບານໃນ
ການຕິດຕາມ, ຊຸກຍູ້, ອຳນວຍຄວາມສະດວກ, ປະສານງານ ແລະ ຊ່ວຍເຫຼືອພາກທຸລະ ກິດ ກໍຄືບັນດາທຸລະກິດ ແລະ ສະມາຊິກ ສຄອ ໃນການເຄື່ອນໄຫວດຳເນີນທຸລະກິດໃຫ້ມີ ປະສິດທິຜົນ; ໃຫ້ບຸກທະລຸພັດທະນາ ແລະ ຍົກລະດັບຢ່າງຮອບດ້ານ; ໃຫ້ມີຄວາມສາມັກຄີ, ແລກປ່ຽນບົດຮຽນຄວາມຮູ້, ປະສົບການ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕ້ອງມີການຍ້ອງຍໍຊົມ ເຊີຍບຸກຄົນ ແລະ ຫົວໜ່ວຍທຸະກິດທີ່ມີຜົນງານ ແລະ ປະກອບສ່ວນ ສຳຄັນຕໍ່ສັງຄົມ ເພື່ອສ້າງໃຫ້ເປັນຕົວແບບຜູ້ປະກອບການ ຫຼື ນັກທຸລະກິດທີ່ດີເດັ່ນໃນສັງ ຄົມເພື່ອຮ່ວມກັນເຮັດໃຫ້ເສດຖະກິດຂອງລາວເຕີບໂຕຂຶ້ນເລື້ຶອຍໆເພື່ອປະກອບສ່ວນໃນການ ນຳພາປະເທດຊາດຫລຸດພົ້ນອອກຈາກຄວາມດ້ອຍພັດທະ ນາໃຫ້ໄດ້ຕາມນະໂຍບາຍຂອງພັກ-ລັດຖະບານໃນປີ 2020.

          ກອງປະຊຸມຄັ້ງນີ້ ໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານໃໝ່ຊຸດທີ VII, ຊຶ່ງມີຜູ້ລົງສະໝັກເລືອກຕັ້ງທັງໝົດ 34 ທ່ານ ແລະ ເລືອກເອົາ 27 ທ່ານ, ໃນນັ້ນ ໄດ້ເລືອກເອົາຄື: ທ່ານ ອຸເດດ ສຸວັນນະວົງ ເປັນປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ເລືອກເອົາທ່ານ ດາວວອນ ພະຈັນທະວົງ, ທ່ານ ທະນົງສິນ ກັນລະຍາ, ທ່ານນາງ ຈັນທະຈອນ ວົງໄຊ, ທ່ານນາງ ວາ ລີ ເວດສະພົງ, ທ່ານ ບຸນອູ້ມ ສີວັນເພັງ, ທ່ານ ວັນທອງ ສິດທິກຸນ ເປັນຮອງ. ສຳລັບແຜນການຕໍ່ໜ້ານີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຈະສຸມໃສ່ສ້າງຄວາມເຂັ້ມໃຫ້ພາກທຸລະກິດ, ໂດຍເນັ້ນໃສ່ ຍົກບົດບາດຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດເປັນອົງການຈັດຕັ້ງສູງສຸດຂອງພາກທຸລະກິດ, ເປັນເຈົ້າການໃນການເຕົ້າໂຮມທຸລະກິດເຂົ້າຮ່ວມການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຜນ VIII (2016-2020), ດຶງດູດເອົາການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອກໍ່ສ້າງໂຄງການລົງທຶນຂອງລັດຖະບານ, ຊຸກຍູ້ສົ່ງເສີມການດຳເນີນທຸລະກິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອປະກອບສ່ວນໃນການສ້າງລາຍຮັບຂອງຊາດ, ສ້າງໃຫ້ ສຄອ ແຫ່ງຊາດລາວ, ແຂວງ, ສະມາຄົມ ແລະ ກຸ່ມ ທຸລະກິດ ເປັນຜູ້ຊ່ວຍລັດຖະບານໃນການຄຸ້ມຄອງ ແລະ ກວດກາຕິດຕາມການ ເຄື່ອນໄຫວ ຂອງບັນດາຫົວໜ່ວຍທຸລະກິດໃນ ລາວ; ເປັນຜູ້ເກັບກຳຂໍ້ມູນດ້ານທຸລະກິດທີ່ສຳຄັນ ເພື່ອປະກອບເຂົ້າວຽກງານສະຖິຕິຂອງຊາດ ເພື່ອເປັນບ່ອນອີງໃນການປະເມີນຜົນ ແລະ ພັດທະນາເສດ ຖະກິດຂອງ ສປປ ລາວ; ຈັດຕັ້ງປະຕິບັດໂຄງການສົ່ງເສີມທຸລະກິດຂະ ໜາດນ້ອຍ ແລະ ກາງ (SMEs) ແລະ ສ້າງຕັ້ງສູນທຸລະກິດຂະໜາດນ້ອຍ ແລະ ກາງຂອງອາຊຽນ (ASEAN-SMEs Service Center) ເພື່ອໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວຂອງສູນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງຂອງລາວມີຄວາມເຂັ້ມແຂງ; ອອກແຮງຊຸກຍູ້ພາກທຸລະກິດລາວ, ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ສາມາດເຂົ້າຫາແຫຼງທຶນ ແລະ ດຳເນີນທຸລະກິດສະດວກຂຶ້ນກວ່າເກົ່າ; ສ້າງ ໃຫ້ ສຄອ ແຫ່ງຊາດເປັນອົງການຈັດຕັ້ງຕາງໜ້າທຸລະກິດ ແລະ ຕາງໜ້າຜູ້ໃຊ້ແຮງງານ ສາມາດປະກອບຄຳຄິດເຫັນຕໍ່ການປັບປຸງການສ້າງນິຕິກຳ ແລະ ລະບຽບກົດໝາຍຢ່າງແທ້ ຈິງ; ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ, ພາກສ່ວນຕ່າງໆຂອງລັດຖະບານ ຈັດຕັ້ງກອງປະຊຸມທຸລະກິດ; ຕັ້ງໜ້າ ເຂົ້າຮ່ວມເຄື່ອນໄຫວວຽກງານຕາງໜ້າພາກທຸລະກິດ ລາວໃນເວທີສາກົນ ເພື່ອຊ່ວຍປັບປຸງແວດລ້ອມທຸລະກິດຢູ່ລາວໃຫ້ດີຂຶ້ນ; ຊຸກຍູ້ດຳເນີນ ທຸລະກິດແບບດີຈີຕອນ ເພື່ອເກັບກຳຂໍ້ມູນກັບພາກທຸລະກິດໃນບັນດາແຂວງ ເພື່ອສົ່ງເສີມການກວດກາຕິດຕາມ, ປະເມີນຜົນ, ການວາງແຜນການຜະລິດ ແລະ ຍຸດທະສາດການ ຂະຫຍາຍຜະລິດຕະພັນ ແລະ ອື່ນໆ.

No comments:

Post a Comment