Ad

Ad

13 December 2016

ສານນະຄອນຫລວງຕັດສິນລົງໂທດຜູ້ຄ້າຢາເສບຕິດຈຳຄຸກ 5 ປີ

ພາບ-ຂ່າວ : ຫນັງສືພິມ ປກສ
     ເມື່ອທ້າຍອາທິດຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດນາງ ສິນນະຄອນ ອາຍຸ 23 ປີ ຢູ່ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 5 ປີ ພ້ອມປັບໄໝ 10 ລ້ານກີບ ໃນຂໍ້ຫາຄ້າຂາຍຢາເສບຕິດ ເຊິ່ງຜູ້ກ່ຽວໄດ້ເລີ່ມເສບ ແລະ ຂາຍຢາເສບຕິດປະເພດຢາບ້າ ແລະ ຢາໄອມາແຕ່ຕົ້ນປີ 2015 ໂດຍຊື້ນຳເຄືອຂ່າຍຄ້າຢາເສບຕິດໃນເຂດເມືອງໄຊທານີຢ່າງຕໍ່ເນື່ອງ ຈົນມາຮອດຕົ້ນປີ 2016 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ແລະ ຖືກສານຕັດສິນລົງໂທດດັ່ງກ່າວ.

No comments:

Post a Comment