Ad

Ad

13 December 2016

ຜູ້ເສຍຊີວິດຈາກອຸປະຕິເຫດຢູ່ນະຄອນຫລວງວຽງຈັນໄດ້ກາຍເປັນລາຍວັນ


          ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ທັນວານີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 46 ກໍລະນີ, ສົ່ງຜົນໃຫ້ມີພາຫະນະເປ່ເພ 86 ຄັນ, ມີຜູ້ໄດ້ຮັບບາດເຈັບ 89 ຄົນ ແລະ ເສຍຊີວິດ 10 ຄົນ, ເຊິ່ງສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ເມືອງຫາດຊາຍຟອງ ແລະ ເດັ່ນກວ່າໝູ່ແມ່ນລົດໃຫຍ່ຕຳລົດຈັກ, ຍ້ອນນັກຂັບຂີ່ປະໝາດ, ຂາດສະຕິ ແລະ ບໍ່ນັບຖືກົດລະບຽບຈະລາຈອນ.

            ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ອຸປະຕິເຫດທີ່ເກີດຂຶ້ນໃນປັດຈຸບັນແມ່ນມີຫລາຍກວ່າໄລຍະຜ່ານມາ, ອຸປະຕິເຫດສ່ວນຫລາຍແມ່ນເກີດຈາກນັກຂັບຂີ່ດື່ມສິ່ງມືນເມົາແລ້ວຂັບຂີ່ລົດດ້ວຍຄວາມປະໝາດ ແລະ ເບື້ອງເຈົ້າໜ້າທີ່ ກໍຍັງບໍ່ໄດ້ເອົາໃຈໃສ່ໃນການກວດກາທາດເຫລົ້າຂອງຜູ້ຂັບຂີ່ເພື່ອມີການສະກັດກັ້ນ ແລະ ການຕັກເຕືອນເພື່ອຫລີກລ້ຽງອຸປະຕິເຫດທີ່ອາດຈະເກີດຂຶ້ນໃນທຸກເມື່ອ.

No comments:

Post a Comment