Ad

Ad

13 December 2016

ການຄຸ້ມຄອງປ່າໄມ້ຂອງປະເທດເຮົາມີປະສິດທິພາບດີຂຶ້ນ

            ກົມປາໄມ້ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປ່າໄມ້ເປັນແຫຼ່ງຊັບພະຍາກອນທີ່ມີຄ່ານຳຜົນປະໂຫຍດອັນຫຼວງຫຼາຍມາໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຊ່ວຍຫຼຸດຜ່ອນການປ່ຽນແປງຂອງສະພາບດິນຟ້າອາກາດ, ປົກປັກຮັກສາສັດປ່າ ແລະ ເສີມສ້າງຄວາມໝັ້ນຄົງຂອງການດຳລົງຊີວິດຂອງປະຊາຊົນ ແລະ ໃນຜ່ານມາສາເຫດຫຼັກຂອງການສູນເສຍແຫຼ່ງຊັບພະຍາກອນປ່າໄມ້ແມ່ນມາຈາກການຕັດໄມ້ທີ່ຜິດກົດໝາຍ, ການຖາງປ່າເຮັດໄຮ່ແບບເລື່ອນລອຍ, ການປັບປ່ຽນເນື້ອທີ່ປ່າຍ້ອນການພັດທະນາດ້ານພື້ນຖານໂຄງລ່າງ, ການຂະຍຫາຍເນື້ອທີ່ການຂຸດຄົ້ນບໍ່ແຮ່, ກະສິ ກຳ ແລະ ການຕັ້ງຖິ່ນຖານຕ່າງໆຂອງປະຊາຊົນ, ເຖິງວ່າຕະຫຼອດໄລຍະທີ່ຜ່ານມາລັດຖະບານບໍ່ໄດ້ລົດລະຄວາມພະຍາຍາມໃນການປົກປັກຮັກສາປ່າໄມ້ ແລະ ໄດ້ວາງມາດຕະການ ແລະ ຍຸດທະສາດສຳຄນຫຼາຍອັນ ຕໍ່ວຽກງານດັ່ງກ່າວ,ໂດຍສະເພະແມ່ນການເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງຕິດຕາມກວດກາການຕັດໄມ້,ການຄ້າໄມ້ ແລະ ການມີສ່ວນຮ່ວມຂອງທຸກ
ພາກສ່ວນເຂົ້າໃນວຽກງານດັ່ງກ່າວ.ເພື່ອແນ່ໃສ່ສົ່ງເສີມການຄຸ້ມຄອງປ່າໄມ້, ສົ່ງເສີມການຫຼຸດຜ່ອນຄວາມທຸກຍາກ ແລະ ການບໍລິຫານຈັດການຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ໄດ້ເຮັດໃຫ້ວຽກງານດັ່ງກ່າວມີປະສິດ ທິພາບດີຂຶ້ນ, ເຊັ່ນດຽວກັບການຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈກັບສະຫາພາບເອີຣົບ, ຊຶ່ງເປັນສັນຍາທີ່ຈະປັບປຸງການຈັດຕັ້ງປະຕິບັດການຄຸ້ມຄອງກົດໝາຍປ່າໄມ້ໃນ ສປປ ລາວ ກໍຄືປະເທດຄູ່ຮ່ວມການຄ້າ, ລະບົບການຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ຊຶ່ງຈະຮັບ ປະກັນວ່າໄມ້ ແລະ ຜະລິດຕະພັນໄມ້ທີ່ສົ່ງອອກສູ່ຕະຫຼາດໄດ້ຮັບອະນຸຍາດຖືກຕ້ອງ ຕາມລະບຽບກົດໝາຍ.

No comments:

Post a Comment