Ad

Ad

13 December 2016

ລາວປ່ອຍຕົວນັກໂທດ ແລະ ຜ່ອນໂທດພັນກວ່າຄົນທີ່ປະພຶດຕົນດີ

             ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ໃນໂອກາດວັນສະຖາປະນາສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຄົບຮອບ 41 ປີ (2 ທັນວາ 1975-2 ທັນວາ 2016) ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດໍາລັດຕົກລົງໃຫ້ອະໄພຍະໂທດປ່ອຍຕົວ ແລະ ຜ່ອນໂທດ ໃຫ້ນັກໂທດໃນທົ່ວປະເທດ 1.450 ຄົນ, ພາຍຫລັງເຫັນວ່າພວກເຂົາມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນໃນຜ່ານມາ ແລະ ປະພຶດຕົນດີໃນໄລຍະປະຕິບັດໂທດ. ໃນນີ້ຜ່ອນໂທດມີ 1.123 ຄົນ, ຕ່າງປະເທດ 25 ຄົນ ແລະ ໄດ້ຮັບການປ່ອຍຕົວກ່ອນກໍານົດມີ 327 ຄົນ, ໂດຍສ່ວນໃຫຍ່ແມ່ນນັກໂທດຄະດີຢາເສບຕິດ ແລະ ເມື່ອທ້າຍອາທິດຜ່ານມານີ້, ກົມຕໍາຫລວດຄຸມຂັງ-ດັດສ້າງກະຊວງປ້ອງກັນຄວາມສະຫງົບ, ໄດ້ຈັດພິທີປະ ກາດປ່ອຍຕົວນັກໂທດ ແລະ ຜ່ອນໂທດໃຫ້ນັກໂທດ 436 ຄົນໃນຂອບເຂດສູນກາງ, ໃນນີ້ຜູ້ທີ່ໄດ້ຮັບການຜ່ອນໂທດມີ 333 ຄົນ, ມີຕ່າງປະເທດ 13 ຄົນ ແລະ ຜູ້ໄດ້ຮັບການປ່ອຍຕົວກ່ອນກໍານົດມີ 103 ຄົນ, ຕ່າງປະເທດ 1 ຄົນ, ໂດຍສ່ວນໃຫຍ່ແມ່ນນັກໂທດຄະດີຢາເສບຕິດ ແລະ ຜູ້ທີ່ໄດ້ຮັບຜ່ອນໂທດຈາກ
ຕະຫລອດຊີວິດມາເປັນໂທດມີກໍານົດ 20 ປີມີຈໍານວນ 204 ຄົນ, ສ່ວນຫລາຍແມ່ນນັກໂທດຄະດີຢາເສບຕິດເຊັ່ນກັນ, ຊຶ່ງໃນໂອກາດນີ້, ທ່ານຫົວໜ້າກົມຕໍາຫລວດຄຸມຂັງ-ດັດສ້າງ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການປ່ອຍຕົວຄັ້ງນີ້ເມື່ອກັບຄືນສູ່ຄອບຄົວ ແລະ ສັງຄົມແລ້ວຈົ່ງໃຫ້ຕັ້ງໜ້າຊອກຫາວຽກເຮັດງານທໍາ ແລະ ທໍາມາຫາກິນດ້ວຍຄວາມຊື່ສັດສຸຈະລິດ, ກໍຄືການປະຕິບັດລະບຽບກົດໝາຍຕ່າງໆຂອງບ້ານເມືອງໃຫ້ເຂັ້ມງວດ, ສ່ວນຜູ້ທີ່ໄດ້ຮັບອະໄພຍະໂທດກໍຈົ່ງສືບຕໍ່ຕັ້ງໝ້າຝຶກຝົນຕົນເອງໃຫ້ມີຄວາມກ້າວໜ້າ ແລະ ປະຕິບັດລະບຽບຂອງຄ້າຍຄຸມຂັງຢ່າງເຄັ່ງຄັດເພື່ອຈະໄດ້ຮັບອະໄພຍະໂທດໃນຄັ້ງຕໍ່ໄປ.

No comments:

Post a Comment