Ad

Ad

13 December 2016

ຮ້ານຄໍາສີດາລາດຊະວົງແຈກໂຊກໃຫ້ລູກຄ້າ


           ໃນວັນທີ 10 ທັນວານີ້, ຮ້ານຂາຍຄໍາສີດາ ລາດຊະວົງຢູ່ຕະຫລາດເຊົ້າຊອບປິງມໍ, ໄດ້ຈັດພິທີຈັບສະຫລາກມອບໂຊກໃຫ້ລູກຄ້າລວມມີມູນຄ່າຫລາຍກວ່າ 300 ລ້ານກີບ, ໃນນັ້ນມີ: ລາງວັນທີ 1 ແມ່ນລົດຈັກຮອນດາເອັມເອສເອກ (Honda MSX) ມູນຄ່າ 20 ລ້ານກີບຜູ້ໂຊກດີໄດ້ແກ່ນາງ ນິດ ສີວິໄລ ຢູ່ບ້ານນ້ອຍຊຽງດາ, ເມືອງໄຊເສດຖາ, ລາງວັນທີ 2 ລົດຈັກຮອນດາເວບ 100 (Honda Wave 100) ຜູ້ໂຊກດີໄດ້ແກ່ທ້າວ ຄໍາຕັນ ປັນຍາສັກ ຢູ່ບ້ານວຽງຈະເລີນ, ເມືອງໄຊເສດຖາ, ນະ ຄອນຫລວງວຽງຈັນ ແລະ ນອກຈາກນີ້ຍັງມີຜູ້ໂຊກດີອີກຫລາຍໆຄົນທີ່ໄດ້ຮັບລາງວັນໂທລະພາບຂະໜາດ 43 ນີ້ວຈໍານວນ 5 ໜ່ວຍ, ຕູູ້ເຢັນໂຕຊິບາຂະໜາດ 6,1 ຄິວ 10 ໜ່ວຍ, ໝໍ້ຫຸງເຂົ້າ 30 ໜ່ວຍ ແລະ ອື່ນໆ.


              ເຈົ້າຂອງຮ້ານຄໍາດັ່ງກ່າວ ໃຫ້ຮູ້ວ່າ: ການຈັບສະຫລາກແຈກໂຊກຄັ້ງນີ້, ກໍເພື່ອເປັນການຄືນກໍາໄລໃຫ້ລູກຄ້າທີ່ຊື່ຄໍາຮູບປະພັນຢູ່ຮ້ານຂອງຕົນ, ທັງເປັນການມອບໂຊກໃຫຍ່ໃນໂອກາດສົ່ງທ້າຍປີເກົ່າ 2016 ແລະ ຕ້ອນຮັບປີໃໝ່ 2017 ທີ່ຈະໄດ້ໝູນວຽນມາອີກວາລະໜຶ່ງໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

No comments:

Post a Comment