Ad

Ad

13 December 2016

ເປີດເວບໄຊຊອກຫາວຽກເຮັດງານທຳ


          ວັນທີ 12 ທັນວານີ້, ບໍລິສັດປະກາດ ແລະ ບໍລິສັດ ທີເອັນເຄໄດ້ຈັດຖະແຫຼ່ງຂ່າວນຳສະເໜີເວບໄຊຊອກວຽກ ( www.sokviek.com ) ຶ້ນຢ່າງເປັນທາງການທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ໂດຍມີສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

            ປະທານບໍລິສັດທີເອັນເຄຖະແຫຼ່ງວ່າ: ເວບໄຊຊອກວຽກຖືກສ້າງຂຶ້ນໂດຍບໍລິສັດປະກາດ ແລະ ບໍລິສັດ ທີເອັນເຄ ແລະ ເລີ່ມເປີດໃຊ້ມາແຕ່ເດືອນພະຈິກທີ່ຜ່ານມາ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຊອກຫາວຽກເຮັດງານທຳຜ່ານເວບໄຊ ເລະ ພຽງແຕ່ເປີດນຳໃຊ້ມາ 1 ເດືອນກໍມີຄົນເຂົ້າເບິ່ງເວບໄຊນີ້ແລ້ວຫຼາຍກວ່າ 4 ແສນຄົນ, ສະເລ່ຍປະມານ 10 ພັນຄົນຕໍ່ມື້, ເວບ
ໄຊຊອກວຽກເປັນເວທີລົງຂໍ້ມູນການປະກາດຮັບສະໝັກງານ, ພ້ອມກັບຂໍ້ມູນຄວາມຮູ້ເລື່ອງແຮງງານ, ການວ່າຈ້າງ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງກັບແຮງງານ ແລະ ເຖິງວ່າປັດຈຸບັນຂໍ້ມູນຂອງເວບໄຊນີ້ສ່ວນຫຼາຍຈະຢູ່ໃນນະຄອນ ຫຼວງວຽງຈັນເທົ່ານັ້ນ, ແຕ່ພວກເຮົາພວມກຳລັງເລັ່ງຮ່ວມມືກັບພາກສ່ວນລັດ ແລະ ບັນດາບໍລິສັດຫ້າງຮ້ານຕ່າງໆໃນທົ່ວປະເທດເພື່ອເປັນຂໍ້ມູນໃນການຊອກຫາວຽກໃຫ້ຫຼາຍທີ່ສຸດມາເຜີຍແຜ່ຕໍ່ສົ່ງຄົມ,ໂດຍສະເພາະແມ່ນຜູ້ທີ່ຮຽນຈົບໃໝ່ກໍຄືຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ແລະ ເຊື່ອວ່າເວບໄຊຊອກວຽກຈະຊ່ວຍໃຫ້ການຊອກຫາວຽກເຮັດງານທຳຂອງຄົນໄດ້ງ່າຍ ແລະ ສະດວກດີຂຶ້, ອຳນວຍການບໍລິສັດປະກາດກ່າວວ່າ: ຜ່ານມາເຖິງວ່າຈະມີການປະກາດກ່ຽວກັບການຊອກຫາວຽກເຮັດງານທຳຜ່ານສືຕ່າງໆ, ແຕ່ກໍຍັງມີຄວາມຫຍຸ້ງຍາກຫຼາຍ ແລະ ຂໍ້ມູນເຫຼົ່າ ນີ້ກໍຍັງເຂົ້າເຖິງຍາກ, ເຊັ່ນດຽວກັບບໍລິລັດຂອງຕົນທີ່ເຄີຍປະສົບບັນຫາຕ້ອງການພະນັກງານ, ແຕ່ການຊອກຫາພະນັກງານໃຫ້ໄດ້ຕາມຄວາມຕ້ອງການນັ້ນແມ່ນຫຍູ້ງຍາກຫຼາຍ, ແຕ່ພາຍຫຼັງມີເວບໄຊນີ້, ເຮັດໃຫ້ທຸກຍ່າງງ່າຍຂຶ້, ເນື່ອງຈາກເວບໄຊນີ້ຈະບອກລາຍລະອຽດທຸກຢ່າງເປັນພາສາລາວ ແລະ ພຽງແຕ່ທ່ານມີອິນເຕີເນັດເທົ່ານັ້ນກໍສາມາດເຂົ້າເບິ່ງເວບໄຊນີ້ໄດ້ເລີຍ.

No comments:

Post a Comment