Ad

Ad

8 January 2013

ກຽມພັດທະນາແຫລ່ງທ່ອງທ່ຽວຕາດເລາະເພື່ອຊ່ວຍຍູ້ເສດຖະກິດຂອງແຂວງສາລະວັນ


      ເມື່ອບໍ່ດົນມານີ້ ພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ. ຈັດກອງປະຊຸມກ່ຽວກັບການພັດ ທະນາ ແຫລ່ງທ່ອງທ່ຽວຈຸດສຸມ ຕາດເລາະ ແຂວງສາລະວັນ  ໂດຍການເປັນ ປະທານຂອງທ່ານ ວັນນະສຸກ ຈຳປາຄຳ ຫົວຫນ້າ ພະແນກຖະ ແຫລງຂ່າວ-ວັດທະ ນະທຳ ແລະ ທ່ອງທ່ຽວແຂວງ ສາລະວັນ ບັນດາທ່ານວິຊາການ ທີ່ມາຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ກອງປະຊຸມໄດ້ຮັບຟັງການ ລາຍງານຫຍໍ້ກ່ຽວກັບໂຄງການ ພັດທະນາແຫລ່ງທ່ອງທ່ຽວ ຈຸດ ສຸມຕາດເລາະຈາກ ທ່ານ ລິສິດ ມະນີໄຊ ຫົວຫນ້າບໍລິສັດ ພີແອນ ດີສຊາຍຈຳກັດ. ສຳລັບໂຄງ ການພັດທະນາແຫລ່ງທ່ຽວຈຸດສຸມຕາດເລາະ ມີເນື້ອທີ່ການພັດ ທະນາທັງຫມົດ 322 ເຮັກຕາ, ແຕ່ ວ່າເນື້ອທີ່ວາງແຜນສຳຫລວເບື້ອງຕົ້ນ 165 ເຮັກຕາ, ຈັດສັນເນື້ອທີ່ຕາດເລາະມີເນື້ອທີ່ການພັດທະນາມີ 40
ເຮັກຕາ, ຫ່າງ ຈາກໂຕເມືອງສາລະວັນປະມານ 30 ກິໂລແມັດ, ກວມເອົາ 2 ຫມູ່ ບ້ານຄື : ບ້ານແສນວັງ ແລະ ບ້ານຫົວຂົວເສັດ, ມີໄລຍະເວລາ ການພັດທະນາກໍ່ສ້າງກຳນົດ 15 ປີ, ເຊິ່ງຈະໄດ້ໃຊ້ງົບປະມານທັງ ຫມົດ 164 ຕື້ກວ່າກີບ, ໃນນັ້ນ ດ້ານການລົງທຶນຂອງລັດ 72 ຕື້ ກວ່າກີບ ແລະ ການລົງທຶນຂອງ ເອກະຊົນ 91 ຕື້ກວ່າກີບ, ຫນ້າ ວຽກທີ່ຈະຕ້ອງໄດ້ຈັດຕັ້ງປະຕິ ບັດປະກອບມີ : ປັບປຸງຕາດ ເລາະບ້ານແສນວັງຕະຫລາດ ແລະ ຕະຫລາດມື, ຈັດສັນທີ່ຢູ່ອາ ໄສບ້ານວັດທະນະທຳ, ຈັດສັນ ເຂດລ້ຽງສັດ, ປັບປຸງເຂດປ່າ ຕາມແຄມແມ່ນ້ຳ ແລະ ທາງຍ່າງ ແຄມເຊ, ຕັດເສັ້ນທາງໃຫມ່ປັບ ປຸງເສັ້ນທາງເກ່ົາ ແລະ ອອກ ແບບເສັນທາງສາຍນ້ຳພຸ, ສ້າງ ບ່ອນວາງຜະລິດຕະພັນພື້ນບ້ານ ປະຈຳທ້ອງຖິ່ນ, ສ້າງສວນສາ ທາລະນະ ແລະ ສວນດອກໄມ້ ຕາມລະດູການ, ປັບປຸງສູນຂໍ້ມູນ ຂ່າວສານ, ປັບປຸງບ້ານພັກໂຮງ ແຮມ ແລະ ຮ້ານອາຫານ ແລະ ສ້າງອາຫານພື້ນບ້ານປະຈຳ ທ້ອງຖິ່ນຕາມສະພາບແວດລ້ອມ, ປັບປຸງຂົວຂ້າມເຊເສັດບ່ອນເກ່ົາ ແລະ ສ້າງຂົວອູ່ໃຫມ່, ສ້າງສູນ ປະຊຸມທົ່ວໄປຂອງແຂວງ,  ສ້າງ ສູນຄວບຄຸມ ແລະ ຄຸ້ມຄອງປະ ຈຳເຂດ, ສ້າງສູນພັດທະນາຊົນ ນະບົດ, ຈັດສັນເຂດການຜະລິດ ໃຫ້ຄົງທີ່ສ້າງຈຸດຊົມວິວໃນບໍລິ ເວນເທິງວັດພູສາລາ, ປັບປຸງ ແລະ ພື້ນພູປ່າສະຫງວນເພື່ອເພີ່ມ ເນື້ອທີ່ປ່າໃຫ້ຫລາຍຂຶ້ນ, ສົ່ງເສີມ ສີມືແຮງງານໃຫ້ຫລາຍຂຶ້ນ, ສ້າງສູນວັດທະນະທຳພູມພາກ ແລະ ວັດທະນະທຳອາຊຽນ, ສ້າງຫໍມູນເຊື້ອບ້ານ ແລະ ສ້າງ ປະຕິມະກຳອົງເຈັດແສນໃນສວນດອກໄມ້.
      ທ່ານ ວັນນະສຸກ ຈຳປາຄຳ ຫົວຫນ້າພະແນກ ຖວທ ແຂວງ ໃຫ້ຮູ້ວ່າ : ຈຸດປະສົງຂອງການ ສ້າງແຫລ່ງທ່ອງທ່ຽວຈຸດສຸມ ຕາດເລາະ ເພື່ອໃຫ້ເປັນແຫລ່ງ ທ່ອງທ່ຽວສີຂຽວ ຫລື ເປັນເມືອງ ສີຂຽວໃນຮູບແບບອະນຸລັກແບບ ມີສ່ວນຮ່ວມເຂດດັ່ງກ່າວນີ້ ເປັນ ສະຖານທີ່ຮອງຮັບນັກທ່ອງທ່ຽວ ຈາກທຸກມຸມໂລກ ຫລື ການເປີດ ການຄ້າເສລີຂອງປະຊາຊົນອາ ຊຽນໃນປີ 2015 ທີ່ຈະມາເຖິງນີ້, ແລະ ເປັນທ່າແຮງຊຸກດັນໃຫ້ປະ ຊາຊົນໄດ້ຍົກລະດັບຄວາມຮູ້ໃນ ການພັດທະນາຕົນເອງ, ມີວຽກ ເຮັດງານທຳ ແລະ ມີຊີວິດທີ່ດີ ຂຶ້ນ. ເປົ້າຫມາຍໃນການສ້າງ ຂົງເຂດນີ້ກໍເພື່ອໃຫ້ກາຍເປັນ ເມືອງທີ່ເຕັມໄປດ້ວຍເມືອງນັກ ທ່ອງທ່ຽວ ແລະ ເພື່ອຢາກໃຫ້ ດ້ານການບໍລິການ-ການທ່ອງ ທ່ຽວຂອງແຂວງເປັນແຮງຊຸກ ດັນເສດຖະກິດຂອງແຂວງສາລະ ວັນກໍຄືປະຊາທດຊາດໃຫ້ເຂັ້ມແຂງກວ່າເກ່ົາ.

No comments:

Post a Comment