Ad

Ad

7 January 2013

ການນຳພັກ-ລັດ ຕິດຄຳປິວຮູບຫລໍ່ປະທານໄກສອນ ພົມວິຫານ


         ໃນຕອນແລງຂອງວັນທີ 4 ມັງກອນ  2013, ການນຳ ພັກ-ລັດ ນຳໂດຍ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະ ມົນຕີ, ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາລັດຖະ ມົນຕີຊ່ວຍວ່າການ ໄດ້ເຂົ້າ ຮ່ວມພິທີຕິດຄຳປິວໃສ່ຮູບຫລໍ່ ປະທານໄກສອນ ພົມວິ ຫານ ເພື່ອເປັນສີລິມຸງຄົນ ແລະ ມີຄວາມໝາຍຄວາມສຳຄັນກ່ອນຈະນຳໄປປະດິດ ສະຖານຢູ່ສວນອຸທະຍານອາຊຽນ ນະ ຄອນຫລວງມະນີລາປະເທດຟີລິບປິນ.
      ທ່ານ ດຣ ບຸນທ່ຽງ ສິຣິປະພັນ ຫົວໜ້າກົມວິຈິດສິນ ກະຊວງ ຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ໂດຍ ປະຕິບັດຕາມການມອບໝາຍ ຂອງຫ້ອງວ່າການລັດຖະບານ, ກະຊວງຖະແຫລງຂ່າວ,ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ດຳເນີນການຫລໍ່ຮູບປັ້ນເຄິ່ງຄີງປະທານ ໄກສອນ ພົມວິຫານ ແລະ ການສ້າງແທ່ນວາງຮູບປັ້ນດັ່ງກ່າວມາແຕ່ເດືອນ
ສິງຫາ ແລະ ສຳເລັດໃນທ້າຍເດືອນທັນວາ 2012 ຜ່ານມາ. ສຳລັບຮູບ ປັ້ນ ເຄິ່ງຄີງຜະລິດຈາກທອງມີຂະ ໜາດລວງສູງ 1,05 ແມັດ, ມີນ້ຳ ໜັກ 150 ກິໂລ,ສ່ວນແທ່ນ ມີ ຄວາມສູງ 1,92 ແມັດ,ກວ້າງ ຂ້າງລະ 92 ຊັງຕີແມັດ,ໜັກ1.500 ກິໂລ,ມູນຄ່າການກໍ່ສ້າງທັງໝົດ 70 ລ້ານກີບໂດຍຈະນຳໄປປະ ດິດສະຖານຢູ່ສວນອຸທະຍານອາຊຽນ ເພື່ອໃຫ້ນັກຮຽນ ຮູ້ປັນຍາ ຊົນຄົນຮຸ່ນໜຸ່ມພາຍໃນອາຊຽນ ລວມເຖິງໃນທົ່ວພາກພື້ນໄດ້ຢ້ຽມ ຊົມຮັບຮູ້ ແລະ ຮ່ຳຮຽນເອົາຄຸນສົມບັດສິນ ທຳປະຕິວັດຂອງຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນ ລາວບັນດາເຜົ່າ.

No comments:

Post a Comment