ຫວ່າງບໍ່ພໍເທົ່າໃດອາທິດຜ່ານມາ, ກອງປະຊຸມລະດັບໂລກວ່າດ້ວຍການອະນຸລັກສັດປ່າໃກ້ຈະສູນພັນ
ຫລື ມີທ່າອ່ຽງຈະ ສູນພັນໄດ້ຈັດຂຶ້ນຢູ່ບາງກອກປະເທດໄທ. ເປັນກອງປະຊຸມກຳນົດແນວທາງ, ມາດຕະການ
ແລະ ບົດ ຮຽນໃນແງ່ວິຊາການ ອັນຈຳເປັນ ເພື່ອປົກປັກຮັກສາສັດປ່າໃນທົ່ວໂລກ.
ຈານແຍ່ບໍ່ມີບັນຊີໃນກຳມືວ່າມີສັດຊະນິດໃດແດ່ທີ່ກອງປະຊຸມໄດ້ລົງເລິກໃຫ້ຄວາມສົນໃຈເປັນພິເສດວ່າຄວນ
ອອກແຮງປົກ ປັກຮັກສາບໍ່ຊັ້ນພວກມັນກໍຈະສູນພັນໄປຈາກໂລກຍ້ອນນ້ຳມືຂອງສັດທີ່ປະເສີດກວ່າອັນໄດ້ແກ່ມະ
ນຸດເຮົານີ້ລະ.
ແນ່ນອນນອກຈາກຮ່ວມກັນຮັບຮອງເອົາມາດຕະການລວມເຊິ່ງໄດ້ກາຍເປັນມະຕິ,
ຖະແຫລງການ ກໍຄືເອກະສານ ສຳຄັນຂອງກອງປະຊຸມແລ້ວກໍຍັງມີການແຈກໃບເຫລືອງໃບແດງໃຫ້ບາງປະເທດວ່າເປັນໂຕການລ່າສັດປ່າທີ່ຫວງຫ້າມ,
ເປັນ ທາງຜ່ານຄ້າຂາຍສັດປ່າ. ໄດ້ຍິນວ່າປະເທດໄທ ເຊິ່ງເປັນເຈົ້າພາບກອງປະຊຸມນີ້ ກໍຖືກກ່າວຫາວ່າ
ເປັນສູນກາງ ອັນດັບທີ 2 ຂອງໂລກ ໃນການ ຄ້າຂາຍງາຊ້າງຈາກຕ່າງປະ ເທດ ໂດຍສະເພາະຈາກອາຟຣິກກາ.
ທີ່ເປັນໜ້າສົນໃຈສຳລັບຈານແຍ່ແລ້ວ ກໍເຫັນວ່າກອງປະຊຸມສາກົນເທື່ອນີ້
ມີຂຶ້ນໃນບັນຍາກາດທີ່ຊາວ ລາວໂດຍສະເພາະຊາວໄຊຍະບູລີ ກໍຄືນັກທ່ອງທ່ຽວຕ່າງປະເທດພວມມ່ວນຊື່ນທ່ຽວຊົມບຸນຊ້າງປະຈຳປີຢູ່ໄຊຍະ
ບູລີ ເຊິ່ງເປົ້າໝາຍຫລັກໆກໍແມ່ນເພື່ອປຸກລະດົມສະຕິຕື່ນຕົວປົກປັກຮັກສາຊ້າງ-ສັດຄູ່ບ້ານຄູ່ເມືອງທີ່ຕິດພັນກັບຊີ
ວິດສັງຄົມລາວມາແຕ່ໃດໆເຖິງຂັ້ນໄດ້ກາຍເປັນຊື່ປະເທດພວກເຮົາໃນເມື່ອກ່ອນວ່າ: “ປະເທດລ້ານຊ້າງ”
ຄືເປັນດິນ ແດນທີ່ມີຊ້າງນັບລ້ານໂຕ. ຊື່ “ລ້ານຊ້າງ” ນີ້ແມ່ນເອກະລັກ ແລະ ຄວາມພູມໃຈຂອງຄົນລາວ
ຕໍ່ຄວາມອຸດົມຮັ່ງມີ ທາງທຳມະຊາດຂອງດິນແດນລາວເຖິງວ່າສະຖິຕິຂອງຕ່າງປະເທດໄດ້ບອກວ່າ: ຊ້າງຢູ່ເມືອງລາວພວກເຮົາຍັງເຫລືອ
ພຽງ 1.200 ກວ່າໂຕເທົ່ານັ້ນ. ກອງປະຊຸມສາກົນຢູ່ບາງກອກໄດ້ຊີ້ອອກວ່າ: ມະນຸດເຮົານີ້ລະເປັນໂຕການເຮັດໃຫ້
ສັດຫລາຍຊະນິດສູນພັນ ແລະ ໃກ້ຈະສູນພັນຍ້ອນການລ່າພວກມັນເປັນອາຫານ, ຂ້າພວກມັນເພື່ອເອົາຊິ້ນສ່ວນ
ອະໄວຍະວະມາປຸງເປັນຢາຮັກສາສຸຂະພາບ, ແຕ່ທີ່ຮ້າຍແຮງກວ່າໝູ່ແມ່ນເພື່ອໃຊ້ເປັນເຄື່ອງປະດັບເຮືອນຊານອວດ
ອ້າງຖານະກັນອັນດັບໜຶ່ງຂອງໂລກ. ການບຸກເບີກເນື້ອທີ່ທຳມາຫາກິນຂອງຄົນເຮົາກໍຄືການທຳລາຍສິ່ງແວດລ້ອມກໍ
ແມ່ນອີກປັດໄຈໜຶ່ງທີ່ເຮັດໃຫ້ສັດຫລາຍຊະນິດສູນພັນ.
ຢູ່ປະເທດພວກເຮົາ, ການລ່າສັດມາເປັນອາຫານແມ່ນສາເຫດຕົ້ນໆໃນການທຳລາຍສັດປ່າ,
ຖັດ ມາກໍແມ່ນລ່ າເອົາຊິ້ນສ່ວນຂອງສັດມາປະສົມເປັນຢາປິ່ນປົວໃຫ້ ເຊົາຈາກພະຍາດໂລຄາ (ຕາມຄວາມເຊື່ອທີ່ວິທະຍາສາດບໍ່ໄດ້
ຢັ້ງຢືນ). ນອກຈາກນັ້ນ ຄົນລາວເຮົາບາງຄົນຍັງນິຍົມເອົາໜັງ, ເຂົາ, ກະໂຫລກຫົວສັດມາປະດັບ
ເອ້ຢ້ອງຫ້ອງຮັບ ແຂກເພື່ອອວດອ້າງຖານະ, ຄົນລາວບາງເຜົ່າສະສົມຊິ້ນສ່ວນຂອງສັດທີ່ລ່າມາໄດ້ເພື່ອອວດອ້າງເຖິງຄວາມເກັ່ງກ້າ
ອາດຫານ, ພາຍຫລັງກິນຮີດແລ້ວ, ບາງຄອບຄົວກໍເອົາຫົວຄວາຍມາປັກໄວ້ໜ້າເຮືອນເພື່ອສະແດງວ່າຕົນຮັ່ງມີ,
ມີເງິນຊື້ຄວາຍມາຂ້າກິນເປັນຈຳນວນຫລວງຫລາຍ, ບາງຄອບຄົວເຊື່ອວ່າຊິ້ນສ່ວນຂອງສັດບາງຊະນິດນັ້ນຄ້ຳຄູນ
ແລະ ສາມາດປົກປ້ອງຄອບຄົວຈາກໄພອັນຕະລາຍ, ຜີສາງນາງຮ້າຍ. ຢູ່ບາງທ້ອງຖິ່ນ, ເຮືອນພັກທາງການ
ຫລື ແມ່ນແຕ່ໃນຫ້ອງການກໍເອົາຊາກສັດທີ່ເປັນເອກະລັກຂອງແຂວງມາປະດັບຕາມຝາ. ຫວ່າງແລ້ວນີ້ຈານແຍ່ໄປ
ເຄື່ອນໄຫວຢູ່ແຂວງໜຶ່ງກໍເຫັນໂຮງແຮມ ແລະ ຮ້ານອາຫານເອົາໜັງໝີ, ໜັງງູເຫລືອມ, ເຂົາເມີຍມາປະດັບປະ
ດາເອ້ຢ້ອງຕາມຝາ.
ຈານແຍ່ຂໍມ້ວນທ້າຍບົດທີ່ແຍ່ແບບຈິງຈັງໃນມື້ນີ້ວ່າ:
ການເອົາຊິ້ນສ່ວນຂອງສັດໂດຍສະເພາະສັດປະເພດຈະ ສູນພັນມາປະດັບປະດານັ້ນມີທ່າອ່ຽງຫລຸດລົງແລ້ວໃນໂລກປັດຈຸບັນ.
No comments:
Post a Comment