ນັ່ງກິນກາເຟຢູ່ຮ້ານແຄມທາງ, ຂ້າພະເຈົ້າໄດ້ຍິນສຽງພະນັກງານ
ບໍລິສັດບາງບ່ອນຊຸບຊິບ ກັນເລື່ອງ ນາຍຈ້າງຕ່າງໆນາໆ ແລະ ມີຫລາຍ ບັນຫາ ແຕ່ໃນທີ່ ສຸດຄົນທີ່ເຮັດວຽກ
ດີ-ເຮັດວຽກເກ່ັງແລະເວົ້າ ແຕ່ຄວາມ ຈິງ ກໍຕ້ອງໄດ້ຮັບຄວາມເຈັບປວດ ແລະ ຖືກຂັບໄລ່ອອກຈາກໜ້າທີ່ການ
ງານ ທັງໆທີ່ພວກເຂົາໄດ້ ເຮັດແຕ່ສິ່ງ ດີໆໃຫ້ແກ່ບໍລິສັດທີ່ ເຂົາຮັກຄືແກ້ວ ຕາດວງໃຈ ເພາະມັນຄືທ່ົງນາຂອງມະນຸດເງິນເດືອນເພື່ອຊູຊີບລູກຕາດຳໆ
ແລະ ເມຍສຸດທີ່ຮັກໃນບັ້ນປາຍ ກໍກາຍເປັນຄົນຕົກງານ ແບບບໍ່ໄດ້ຕັ້ງຕົວ.
ໃນປັດຈຸບັນ ສັງຄົມບ້ານເຮົາ ກໍ ປາກົດມີສູດ
2+3 ອອກເທົ່າ ໃດ ? ບາງຄົນກໍບອກວ່າເປັນ 5 ແຕ່ນາຍ ຈ້າງພັດບອກວ່າ ເກ່ັງຫຼາຍຄວນເປັນ ນັກສະຖາປະນິກດີກວ່າ,
ເປັນ 4 ຄວນເປັນນັກຍິງ ປືນຄົກທຳລາຍຫນ້າຮູບແຖວ ຂອງສັດຕູຄົງຈະຄັກ, ເປັນ 6 ຄວນເປັນນັກພະຍາກອນເພາະມີ
ສາຍຕາຍາວໄກ ແລະ ອີກຜູ້ສຸດ ທ້າຍກໍບອກວ່າ : “ ເອົາແຕ່ອ້າຍວ່າ ” ກໍເປັນຜູ້ໂຊກດີເຫນືອທຸກຄົນ,
ຖ້າບໍ່ດັ່ງນັ້ນ ກໍຈະຕົກຢູ່ໃນ ວົງຈອນ “ ຢາກຢູ່ ຫລື ຢາກ ອອກ ” ບັນດາດ່ັງກ່າວ ອາດມີ
ພຽງຫນ້ອຍດຽວແຕ່ກໍຕ້ອງຂໍຊົມເຊີຍນັກບໍລິຫານ-ນັກຈັດການທີ່ຖືລູກຈ້າງເປັນເພື່ອນມິດຍຸດທະສາດ,
ເປັນຄູ່ຮ່ວມມືທີ່ຈິງ ໃຈ ເພາະເຂົາເຈົ້າປຽບເຫມືອນຜູ້ ສ້າງກອງເງິນ-ກອງຄຳ ແລະ ຫາກນາຍຈ້ອງນັບຖືລະບຽບກົດ
ຫມາຍຂອງບ້ານເມືອງ ແລະ ເຂົາເຫລ່ົານີ້ກໍຈະຖືກກຳມະກອນ ແລະ ຊາດຈາລຶກບຸນຄຸນ, ກົງກັນຂ້າມນາຍຈ້ອງກຸ່ມໃດ-ບຸກຄົນໃດ
ຫາກເອົາລັດ ເອົາປຽບ ຖືລູກຈ້າງ ເຫມືອນຂ້ອຍຂ້າທາສາຊ້ຳຍັງສໍ້ໂກງຄ່າແຮງງານ ແລະ ຫລົບຫຼີກພາສີ
ຫລື ລະເມີດລະບຽບກົດຫມາຍແນ່ນອນ ບໍ່ວັນໃດກໍວັນຫນຶ່ງພວກເຂົາກໍຈະເຖິງຈຸດຈົບຂອງຄວາມຮຸ່ງເຮືອງໃນຊີວິດ.
ຂະນະດຽວກັນໃນຝ່າຍບໍລິຫານລັດຈຳນວນຫນຶ່ງກໍຍັງພົບ
ເຫັນຫົວຫນ້າ ຫລື ຜູ້ມີອຳນາດ ໃນສຳນັກງານ ຫລື ກົມກອງ ບາງແຫ່ງຍັງນຳໃຊ້ພະຍາດອາດຍາສິດເຂົ້າໃນການຄຸ້ມຄອງ
-ບັນຊາ ເຮັດໃຫ້ການຂັບເຄື່ອນວຽກງານກະຕຸກກະຕັກຫ່າງ ເຫີນມະຫາຊົນ, ຖືອົງການເໝືອນຂອງຕົນຄົນດຽວ,
ບໍ່ງ່ຽງຫູຟັງຄຳສະເຫນີທີ່ສ້າງສັນຂອງອ້າຍນ້ອງເຖິງວ່າຂໍ້ຄິດເຫັນນັ້ນຈະ ຖືກຕ້ອງສຳ່ໃດກໍບໍ່ເອົາຫົວໃສ່ໃຈຊາໂດຍສະເພາະຄຳເຫັນໃນການຈັດຊື້-ຈັດຈ້າງຍິ່ງຖືກແຮງ
ດັນສູງເພາະມັນໄດ້ເປີດທາດແທ້ ແລະ ການກະທຳຂອງແນວຄິດສໍ້ລາດບັງຫລວງ
ແລະ ຜູ້ສະເຫນີ ກໍຈະຢູ່ໃນສະພາບຫຍຸ້ງຍາກລຳ ບາກ ນີ້ແລ້ວເພິ່ນວ່າ : ຕໍ່ສູ້ນາຍ- ພາຍຖົງຫນີ
ຫລື ຕໍ່ສູ້ນາຍ ຕາຍ ທັງຢືນ ອີກບັນຫາສຸດທ້າຍກໍ ແມ່ນເລື່ອງຜູ້ “ ຢາກຢູ່ ຫລື ຢາກ ອອກ ”
ເຊິ່ງກໍລະນີນີ້ກໍຍິນຊາວ ບ້ານກ່າວຂານເຫມືອນກັນເຖິງ ພະນັກງານບາງຄົນຜູ້ທີ່ມີອາຍຸ ກະສຽນສູງອາຍຸລ່ວງເລີຍໄປ
ເລກ 60 ແລ້ວ, ແຕ່ກໍບໍ່ຍອມອອກ ພັກຜ່ອນບຳນານ ອັນນີ້ແມ່ນໄດ້ ສ່ອງແສງເຖິງມານະຈິດທີ່ສູງສົ່ງ
ຂອງເພິ່ນ, ບາງຄົນເຖິງຂັ້ນຫລຸດ ອາຍຸ, ຂໍຕໍ່ເວລາປະຈຳການ-ຕໍ່ ແລ້ວ ຕໍ່ອີກ ຫລື ສະແດງສັກກະຍາພາບທີ່ແຂງແກ່ນໃຫ້ຂັ້ນເທິງເຫັນ,
ແຕ່ທຸກອະລິຍະ ບົດອອກ ມາບໍ່ເຫມືອນຄັ້ງອະດີດ ເພາະທຸກ ຢ່າງມັນເປັນໄປຕາມກົດເກນ ຂອງທຳມະຊາດທີ່ບໍ່ມີໃຜຈະຢູ່ເຫນືອນມັນໄດ້
ແລະ ກໍຍັງເປັນ ລະບຽບ-ກົດຫມາຍຂອງຊາດ ເຊິ່ງລະບຽບລັດຖະກອນເພດ ຊາຍ ( ຍົກເວັ້ນພະນັກງານຂັ້ນ
ນຳຍຸດທະສາດ ) ອາຍຸ 60 ປີ ກໍ ຮັບບຳນານ, ສຳລັບເພດຍິງອາ ຍຸ 55 ປີ ກໍຮັບບຳນານເຊັ່ນດຽວ ກັນ,
ແຕ່ເຄີຍຍິນແທ້ໆກໍແມ່ນພະ ນັກງານ ຂັ້ນກາງບາງຄົນໃນຂົງເຂດເສດຖະກິດທີ່ມີນະໂຍບາຍ ຫລື ສະຫວັດດີການສູງກໍຍັງຫ່ວງ-ຍັງຫວງເກົ້າອີ້ນັ້ນໄວ້,
ແຕ່ ພະນັກ ງານຂັ້ນວິຊາການທີ່ມີສະຫວັດດີການຕຳ່ກໍຢາກຂໍອອກ ເຊິ່ງມັນໄດ້ເປັນການສວນທາງ ກັນລະຫວ່າງພະນັກງານຂັ້ນ
ກາງ ກັບຂັ້ນວິຊາການ ແລະ ເວົ້າແລ້ວ ທັງຄູ່ກໍລ້ວນແຕ່ຢູ່ໃນໃຕ້ຟ້າດຽວກັນ, ເປັນລູກຈ້າງນຳ
ກັນ ແລະ ຕ້ອງພ້ອມກັນຈັດຕັ້ງ ປະຕິບັດຕາມແນວທາງຂອງພັກ ແລະ ລະບຽບກົດຫມາຍຂອງລັດ ໃຫ້ເຂັ້ມງວດ
ແມ່ນຈະເປັນການດີທີ່ສຸດ.
No comments:
Post a Comment