Ad

Ad

3 April 2013

ການບິນລາວໄດ້ເຮືອບິນ ATR 72-600 ລຳທີສອງມາເສີມການບໍລິການແລ້ວ



          ການບໍລິການຂົນສົ່ງຜູ້ ໂດຍສານຂອງລັດວິສາຫະກິດການບິນລາວຈະມີປະ ສິດທິ ພາບ ແລະ ຄ່ອງໂຕດີກວ່າເກົ່າ, ຫລັງໄດ້ເຮືອບິນລຳໃໝ່ຮຸ່ນ ATR:72-600 ມາເສີມການບໍລິການ ໂດຍເຮືອ ບິນລຳໃໝ່ນີ້ໄດ້ມາເຖິງສະໜາມ ບິນສາກົນວັດ ໄຕ ນະຄອນຫລວງວຽງຈັນ ໃນຕອນແລງຂອງວັນທີ 2 ເມສານີ້ເຊິ່ງມີທ່ານ ດຣ ສົມ ພອນ ດວງດາຣາ ອຳນວຍການໃຫຍ່ລັດ ວິສາຫະກິດການບິນລາວ ແລະ ພະນັກງານ ເຂົ້າຮ່ວມຕ້ອນຮັບການມາເຖິງຂອງເຮືອບິນດັ່ງກ່າວ.
    ເຈົ້າໜ້າທີ່ລະດັບສູງຂອງລັດ ວິສາຫະກິດການບິນລາວ ທີ່ເດີນ ທາງໄປຮັບເຮືອບິນລຳດັ່ງກ່າວຢູ່ໂຮງງານຜະລິດຢູ່ເມືອງ ຕູລູປະເທດຝຣັ່ງ ໃຫ້ຮູ້ວ່າ: ATR:72-600 ແມ່ນເຮືອບິນທີ່ຜະລິດອອກໃໝ່ຫລ້າສຸດສາມາດບັນຈຸຜູ້ໂດຍສານ ໄດ້ປະມານ 72 ບ່ອນນັ່ງ,ມີຄວາມ ເໝາະສົມກັບສະພາບການບິນຢູ່ປະເທດເຮົາໄດ້ດີສົມຄວນ ເນື່ອງຈາກວ່າສາມາດບິນຂຶ້ນລົງ ໃນໄລຍະ ທາງສັ້ນ, ມີຄວາມໄວປະມານ 500 ກວ່າກິໂລແມັດຕໍ່ຊົ່ວໂມງ ແລະ ການຄວບຄຸມຂອງ ເຮືອບິນທັງໝົດໂດຍລະບົບດີຈີ ຕອນ ແລະ ມີມູນຄ່າ 22 ລ້ານກວ່າໂດລາສະຫະລັດໂດຍ ເຮືອບິນລຳດັ່ງກ່າວຈະມາ ເສີມການ ບໍລິການຂົນສົ່ງໂດຍສານ ແລະ ສີນຄ້າຂອງລັດວິສາຫະກິດການ ບິນລາວໃຫ້ມີປະສິດທິພາບ, ທັນສະໄໝ ແລະ ມີຄວາມສອດຄ່ອງໃນລະບົບການ ບິນພາຍໃນ ແລະ ຕ່າງປະເທດຂອງການບິນລາວໄດ້ດີກວ່າເກົ່າ.

    ເຈົ້າໜ້າທີ່ດັ່ງກ່າວໃຫ້ຮູ້ຕື່ມວ່າ: ປັດຈຸບັນ,ລັດວິສາຫະກິດການບິນ ລາວນຳໃຊ້ເຮືອບິນ ATR ໃຫ້ບໍ ລິການທັງໝົດ 6 ລຳ, ໃນນັ້ນ ATR:72-500 ມີ 4 ລຳ ແລະ ATR:72-600 ສອງລຳ ເຊິ່ງເຮືອ ບິນ ATR:72-600 ລຳທຳອິດ ໄດ້ມາຮອດ ໃນເ ດືອນທັນວາ 2012 ຜ່ານມາ.

No comments:

Post a Comment