Ad

Ad

3 April 2013

ລາວໂທລະຄົມ ແລະ ຕຳຫລວດຈະລາຈອນຮ່ວມກັນຈັດກິດຈະກຳຂັບຂີ່ປອດໄພໃນໄລຍະສະສຫລອງປີໃຫມ່ລາວ



        ກົມ​ຕຳຫຼວດຈະລາຈອນ ຈັບ​ມື​ກັບ ລາວ​ໂທລະ​ຄົມ​ຈັດ​ກິດຈະກຳ ລະດົມ ການຂັບ​ຂີ່​ປອດ​ໄພ​ໃສ່ໝວກກັນ​ກະທົບ ​ແລະ ​ໂຄສະນາ​ປະຊາສຳພັນ​ຕາມ​ຄຸ້ມບ້ານ​ເພື່ອ​ໃຫ້​ຜູ້​ຂັບ​ຂີ່​ໄດ້​ມີ​ສະຕິໃນ​ການ​ຂັບຂີ່​ຍານພາ ຫະນະ​ຕາມ​ທ້ອງ​ຖະໜົນ, ຊຶ່ງ​ກິດ ຈະກຳ​ດັ່ງກ່າວ​ໄດ້​ຈັດ​ຂື້ນ​ໃນ​ຕອນ​ເຊົ້າ​ຂອງ​ມື້ວານນີ້ໂດຍ​ການ​ເຂົ້າຮ່ວມ​ເປີດ​ພິທີ​ຂອງ​ທ່ານ ພັນ​ໂທ ຄຳ​ຖະຫວາຍ ​ເພັດ​ອຸ​ໄທ ຫົວໜ້າ ກົມຕຳຫຼວດຈະລາຈອນ ແລະ ທ່ານ ທອງ​ໃສ ຊານ​ໄຊ​ຍະ ຜູ້ອຳນວຍການລາວ​ໂທລະ​ຄົ, ຊຶ່ງ​ກິດຈະ​ກຳ​ດັ່ງກ່າວຄາດ​ວ່າຈະ ດຳ​ເນີນ​ໄປ​ຮອດ​ວັນ​ທີ 3 ເມສາ 2013.
           ເປັນ​ປີ​ທີ 2 ທີ່​ກົມ​ຕຳຫຼວດ ຈະລາຈອນ ກັບ ລາວ​ໂທລະ​ຄົມ​ຮ່ວມ​ກັນ​ຈັດ​ກິດຈະກຳ ຂັບ​ຂີ່​ປອດ​ໄພຂຶ້ນ​ໃນ​​​ໄລຍະ ບຸນປີ​ໃໝ່ລາວ​ຂອງ​ທຸກໆປີ​ເພື່ອ​ເປັນ​ການ​ເຕືອນ​ສະຕິ​ໂດຍ​ສະ​ເພາະຜູ້​ທີ່​ຈະເດີນ ທາງ​ໄປ​ທ່ອງ​ທ່ຽວຕາມ​ສະຖານ​ທີ່​ຕ່າງໆໃນ ນະຄອນຫຼວງວຽງຈັນ ແລະ ຜູ້​ທີ່​ເດີນທາງ​ໄປ​ຕ່າງ​ແຂວງ ​ໃຫ້​ມີ​ຄວາມ​ປອດ​ໄພທັງ​ຊີວິດ ​ແລະ ຊັບ​ສິນ​ ​ແລະ ​ໃຫ້ຫຼິ້ນບຸນປີ​ໃໝ່ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

        ຜູ້ອຳນວຍການລາວ​ໂທລະ​ຄົມ ກ່າວ​ວ່າ: ການ​ຈັດ​ກິດຈະກຳ​ຮ່ວມ​ກັນ​ໃນ​ຄັ້ງນີ້ ກໍເປັນ​ອີກ​ສ່ວນ ໜຶ່ງ​ໃນ​ການ​ຊ່ວຍ​ເຫຼືອ ສັງຄົມ ​ຕ້ານ​ອຸປະຕິ​ເຫດ​ທາງ​ທ້ອງ​ຖະໜົນ​ທີ່​ມັກ​ເກີດ​ຂື້ນ​ໃນ​ໄລຍະ 7 ມື້ອັນຕະ ລາຍ​​ໃນ​ໄລຍະປີ​ໃໝ່ລາວ ທີ່​ໃກ້​ຈະ​ມາ​ຮອດ ​ແລະ ເພື່ອ​ເປັນ​ການ​ໂຄສະນາປຸກລະດົມ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ເວົ້າ​ສະ​ເພາະຢູ່ນະ ຄອນຫຼວງວຽງຈັນທີ່​ມີ​ການ​ຈະ ລາຈອນ​ນັບ​ມື້ໜາ​​ແໜ້ນໃຫ້​ມີ​ສະຕິ​ລະວັງ​ຕົວມີ​ຄວາ​ມ​ຮັບ​ຮູ້ເຂົ້າ​ໃຈ ກົດ​ລະບຽບການ​ສັນຈອນ​ຢ່າງ​ເຂັ້ມງວດ, ​ເພື່ອ​​ສະກັດ​ກັ້ນການ​ເກີດ​ອຸປະຕິ​ເຫດຫຼຸດລົງ​ເທື່ອ​ລະ​ກ້າວ.ໄປ​ຄຽງຄູ່​ກັນ​ນັ້ນຍັງ​ໄດ້​ມີ​​ກິດຈະກຳ​ຖາມ-ຕອບ​ກ່ຽວກັບ​ກົດ​ລະບຽບການ​ສັນຈອນ​ເພື່ອ​ຮັບ​ລາງວັນໝວກກັນ​ກະທົບ​ຈາກ​ລາວ​ໂທລະ​ຄົມອີກ​ດ້ວຍ.
       ທ່າ ພັນ​ໂທ ຄຳ​ຖະຫວາຍ ​ເພັດ​ອຸ​ໄທ ກ່າວ​ວ່າ:​ປີ 2012:ທົ່ວ​ປະ​ເທດ​ມີ​ຍານພາຫະນະ​ເພີ່ມ​ຂື້ນ 1 ແສນ​ກ່ວາ​ຄັນ ​ແລະ ຜູ້​ຂັບ​ຂີ່​ຈຳນວນໜຶ່ງຍັງຂາດ​ສະຕິ​ເຄົາລົບ​ລະບຽບຈະລາຈອນ ຊຶ່ງເຮັດ​ໃຫ້ ການ​ສັນຈອນ​ມີ​ຄວາມ​ສັບ​ສົນ ແລະ ພາ​ໃຫ້​ເກີ​ດອຸປະຕິ​ເຫດ​ທາງ​ຖະໜົນ ເຊິ່ງ​ໄດ້​ກາຍ​ເປ​ັນບັນຫາ​ປາກົດ​ການ​ຫຍໍ້​ທໍ​້​ໃນ​ສັງຄົມຄື ​ປີ 2012 ທົ່ວ​ປະ​ເທດ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 6 ພັນ​ກວ່າ​ກໍລະນີ​:ມີ​ຜູ້​ເສຍ​ຊີວິດ 900 ກວ່າ​ຄົນ, ສະ​ເພາະ​ປີ​ໃໝ່ລາວ 2012 ທົ່ວ​ປະ​ເທດ​ມີ​ອຸປະຕິ​ເຫດ ​ເກີດ​ຂື້ນ 100 ກວ່າ​ກໍລະນີ​ ​ແລະ ມີ​ຜູ້​ເສຍ​ຊີວິດ 20 ກວ່າ​ຄົນ,ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດກໍຍ້ອນຜູ້​ຂັບ​ຂີ່​ລົດ​ໃນ​ຂະນະ​ມຶນ​ເມົາ,​ຂີ່​ລົດ​ໄວ​ເກີນ​ກຳນົດ,ປ່ຽນທິດ​ທາງ​ເດີນ​ກະທັນ​ຫັນ, ​ແຊງ​ບໍ່ຮັບປະກັນ​ຄວາມ​ປອດ​ໄພ,ບໍ່ປ່ອຍ​ສິດ​ເວລາ​ອອກ​ສູ່​ທາງ​ໃຫຍ່,ລ່ວງ​ໄຟ​ແດງ,ລ່ວງ​ປ້າຍ​ຫ້າມ​ ​ແລະ ອື່ນໆ.ເພື່ອ​ຢາ​ກສະ ກັດກັ້ນ ແລະ ​ແກ້​ໄຂ​ບັນຫາ​ດັ່ງ ກ່າວ​ຫຼຸດລົງ​ທຸກ​ພາກສ່ວນ​ໃນ​ສັງ ຄົມ​ຈະ​ຕ້ອງ​ພ້ອມ​ກັນ ແລະ ຮ່ວມ​ກັນ​ແກ້​ໄຂ.

No comments:

Post a Comment