Ad

Ad

30 May 2013

ຫລາຍພາກສ່ວນສືບຕໍ່ມອບ​ເງິນສະໜັບສະໜູນ​ວັນ​ເດັກ​ສາກົນ



       ໃນ​​ວັນ​ທີ 28 ພຶດສະພາ 2013 ທີ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ ນາງ ​ເຂັມ​ແພງ ພົນ​ເສນາ ລັດຖະມົນຕີ​ປະຈຳ​ຫ້ອງ​ວ່າ ການ​ລັດຖະບານ, ປະທານ​ຄະນະ​ກຳມາ​ທິ ການ​ເພື່ອ​ແມ່ ​ແລະ ​ເດັກ​ແຫ່ງ​ຊາດ ​ໄດ້​ຮັບເງິນ ຈຳນວນຫລາຍກວ່າ 35 ລ້ານກີບ ເພື່ອ​ສະ ໜັບສະໜູນຂະ​ບວນການສະ​ເຫລີ​ມສະຫລອງ​ວັນ​ເດັກ​ສາກົນ ຈາກທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນ ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດທີ່ໄດ້ມາຈາກການຊ່ວຍ ເຫລືອຂອງພາກສ່ວນຕ່າງໆໃນ ສັງຄົມ.
          ໃນ​ໂອກາດ​ນີ້, ທ່ານນາງ ​ເຂັມ​ແພງ ພົນ​ເສນາ ​ໄດ້​ຕາງໜ້າ​ໃຫ້​​ແກ່ຄະນະ​ກຳມາ​ທິການ​ເພື່ອ​ແມ່ ​ແລະ ​ເດັກ​ແຫ່ງ​ຊາດ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເປັນ​ຢ່າງ​ຍິ່ງຕໍ່ການ​ສະໜັບສະໜູນ ຈຳ ນວນເງິນດັ່ງກ່າວ​ຈະ​ໄດ້​ນຳ​ໃຊ້​ເຂົ້າ​ໃນການ​ສ້າງ​ກິດຈະກໍາ​ຕ່າງໆຂອງເດັກ ໃນໂອກາດສະ​ເຫລີ​ມສະຫລອງ​ວັນ​ເດັກ​ສາກົນ (1 ມິຖຸນາ) ໃຫ້ເກີດຜົນປະໂຫຍດ ​ເປັນຕົ້ນການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ ສານ​ກ່ຽວ​ກັບ​ສິດທິ​ມະນຸດ, ສິດທິ​ເດັກ ແລະ ​ເຜີຍ​ແຜ່​ສານ​ຂອງ​ ທ່ານ​ນາຍົກ ​ກ່ຽວ​ກັບ​ວັນເດັກ​ສາ ກົນ. ພ້ອມ​ນີ້ຍັງຈະ​ໄດ້​ເຊື້ອ​ເຊີນ ເອົາ​ບັນດາ​ການ​ນຳ​ພັກ-ລັດ ​ເຄື່ອນ​ໄຫວ​ຢ້ຽມຢາມ​ສູນ​ບຳບັດ, ຟື້ນຟູ​ຄົນ​ພິການ ແລະ ມອບ​ເຄື່ອງ​ຊ່ວຍ​ເຫລືອ​ໃຫ້​ພະ​ແນ​ກ​ເດັກ ​ໂຮງ ໝໍ​ຕ່າງໆຢູ່ນະຄອນຫລວງວຽງ ຈັນ, ສ້າງ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​ມະນີ​ໂຄດ ຢູ່​ໜ້າ​ເດີ່ນ​ສະພາ​ແຫ່ງ​ຊາດ ແລະ ​ຈະ​ມີການວາງສະ​ແດງ​ຜົນງານ, ການສະ​ແດງ​ສິລະ​ປະ-ວັນນະຄະດີ, ຖາມ-ຕອບບັນ ຫາຕ່າງໆ​ກ່ຽວ​ກັບ​ສິດທິ​ເດັກ, ກວດ​ສຸຂະ ພາບ, ​ແຕ້ມ​ຮູບ​ລະບາຍສີພ້ອມກິດຈະກຳ​ອື່ນໆອີກສຳລັບເດັກນ້ອຍ ເພື່ອແນໃສ່ປູກຈິດສຳນຶກຕ່າງໆໃຫ້ເຂົາເຈົ້າໄດ້ພັດທະນາ ຕົນເອງກາຍເປັນໜໍ່ແໜງທີ່ດີຂອງຊາດ.

No comments:

Post a Comment