Ad

Ad

23 July 2013

ລະວັງຄົນບໍ່ດີລັກງັດແງະຫ້ອງເຊົ່າ



        ປະຈຸ​ບັນ​ເບິ່ງ​ຄື​ວ່າ ສະພາບ ​ຂີ້ລັກ, ງັດ​ແງະຫ້ອງ​ເຊົ່າ​ຕ່າງໆ ມີຫຼາຍຂື້ນ.ຈົນກະທັ້ງຜູ້​ໄປ​ນອນ ​ເຝົ້າ​ລູກຫຼານ, ພໍ່-​ແມ່ຜູ້​ເຈັບ​ປ່ວຍ ຢູ່​ຕາມ​ໂຮງໝໍຕ່າງໆກໍ​ຖືກ​ພວກ​ໂຈນ​ດັ່ງກ່າວ​ລັກ​ເອົາ​ເຄື່ອງ​ຂອງ​ວັດຖຸ​ເງີ​ນຄຳ ຕ່າງໆ​ເປັນ ຈຳນວນ​ບໍ່ໜ້ອຍ ​ໂດຍ​ສະ​ເພາະ​ໂຮງໝໍທີ່​ມີ​ຄົນ​ເຈັບຫຼາຍຕ້ອງ​​ໄດ້​ນອນ​ພະຍາບານ​ຢູ່​ເບື້ອງນອກ, ຕ້ອງ​ໃສ່​ໃຈ​ລະວັງ​ເປັນ​ພິ​ເສດ​ເພາະ​ມີ​ຂື້ນ​ແລ້ວ​ຢູ່​ໂຮງໝໍ 150 ຕຽງ. ກໍ​ດັ່ງ​ເຈົ້າໜ້າທີ່​ເປີດ​ເຜີຍ​ວ່າ: ​ໃນ 6 ເດືອນ ຢູ່ ນະຄອນ ຫຼວງວຽງຈັນ ມີ​ຄະດີ​ເກີດ​ຂື້ນ 1.139 ເລື່ອງ, ​ໃນ​ນັ້ນ​ເຈົ້າໜ້າທີ່​ສາມາດ​ແກ້​ໄຂໄດ້ 624 ເລື່ອ​ງ, ກັກ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີ​ໄດ້ 979 ຄົນ, ສ້າງ​ຜົນ​ເສຍ​ຫາຍ​ແກ່​ຊັບ​ສິນ​ເງີ​ນ ຄຳ​ເປັນ​ຈຳນວນ​ບໍ່ໜ້ອຍ, ມີ​ລົດ​ເສຍ 308 ຄັນ, ລົດ​ໃຫຍ່ 17 ຄັນ, ຄຳ​ຮູບ​ປະພັນ ກ່ວາ 2 ກິ​ໂລ, ​ໂທ ລະສັບ​ມື​ຖື 278 ໜ່ວຍ, ຄອມ​ພີ້ວ​ເຕີ້​ໂນ​ດບຸກ 105 ໜ່ວຍ ​ແລະ ຊັບ​ສິນ​ອື່ນໆອີກ, ຂະນະ​ດຽວກັນ​ເຈົ້າ ໜ້າທີ່​ສາມາດ​ເກັບ​ກູ້ ແລະ ຢຶດ ຂອງ​ກາງຄືນ​ໄດ້​ຄື: ​ເງີ​ນ 80 ລ້ານ​ກ່ວາ​ກີບ, ຄຳ​ຮູບ​ປະພັນ 3 ບາດ, ລົດ​ໃຫຍ່ 3 ຄັນ, ລົດຈັກ 28 ຄັນ, ​ໂທລະສັບ​ມື​ຖື 8 ໜ່ວຍ, ປືນສັ້ນ 4 ກະ ບອກ, ປືນ​ແວງ 2 ກະບອກ​ພ້ອມ​ລູກປືນ 460 ລູກ, ລະ​ເບີດ 4 ໜ່ວຍ, ງ້າວ 7 ດວງ ​ແລະ ວັດຖຸ​ອື່ນໆ ເພື່ອ​ມາ​ດຳ​ເນີນ​ຄະ ດີຕາມ​ກົດໝາຍ, ປະກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂື້ນສ່ວນ​ໃຫຍ່​ແມ່ນ​ຄະດີ​ລັກ​ຊັບ​ພົນລະ​ເມືອງ ​ໂດຍ​ສະ​ເພາະ​ແມ່ນ​ການ​ງັດ​ແງະ​ຫ້ອງ​ເຊົ່າ.

          ປກສ ​ເມືອງ ສີ​ສັດຕະ​ນາກ ​ໃຫ້​ຮູ້​ວ່າ: ​ເມື່ອ​ຕົ້ນ​ເດືອນ ກໍລະກົດ ນີ້ທາງ​ເຈົ້າໜ້າທີ່​ຂອງ​ຕົນ​ສາມາດ ມ້າງ​ແກ້ງ​ລັກ​ຊັບ​ຕົວ​ອັນຕະລາຍ​ໄດ້ 3 ຄົນ​ຄື: ທ້າວ ​ໄຊ​ຍະ​ສິດ ຫຼື ແຊມ ອາຍຸ 22 ປີ ຢູ່​ບ້ານ ດົງ​ຄຳ​ຊ້າງ ​ເມືອງ ຫາດ​ຊາຍ​ຟອງ, ທ້າວ ນູ​ເພັດ ຫຼື ດີ້ ອາຍຸ 27 ປີ ພັກ​ເຊົາ​ຢູ່​ບ້ານ ສະພານ​ທອງ ​ເມືອງ ສີ​ສັດ ຕະ​ນາກ ​ແລະ ທ້າວ ວັນເພັງ ອາຍຸ 24 ປີ ພັນ​ເຊົາ​ຢູ່​ບ້ານ​ ສະພັງ​ເມີ​ກ ​ເມືອງ ​ໄຊ​ທານີ ນະຄອນຫຼວງ ວຽງຈັນ ມາ​ດຳ​ເນີນ​ຄະດີ​ໃນ​ຂໍ້​ຫາ ລັກ​ຊັບ​ພົນລະ​ເມືອງ.
           ທ່ານ ພັນ​ຕີ ທອງ​ສະຫວັດ ​ແສນ​ສຸ​ຫວາດ ຮອງ​ຫົວໜ້າກອງ​ບັນຊາ​ການ ປກສ ​ເມືອງ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ຕາມ​ການ​ກວດກາ​ປະ ຫວັດ​ຜູ້​ຕ້ອງ​ຫາ​ທັງ 3 ແມ່ນ​ມີ​ການ​ພົວພັນ​ກັບ​ສິ່ງ​ເສບ​ຕິດ ​ແລະ ທ້າວ ວັນ​ເພັງ​ ກໍ​ເຄີຍ​ຖືກ​ສານ​ຕັດສິນ​ຈຳ​ຄຸກ 1 ປີ ໃນ​ຂໍ້​ຫາມົ້ວ​ສຸມ​ຢາ​ເສບ​ຕິດ ກ່ອນ​ຈະ​ອອກ​ມາ​ເຄື່ອນ​ໄຫວ ລັກ​ຊັບ ​ແລະ ກຸ່ມ​ດັ່ງກ່າວ​ຍັງ​ມີ​ເພື່ອນ​ຮ່ວມ​ກໍ່​ເຫດ​ລັກ​ຊັບ​ນຳ​ກັນ​ອີກ 2 ຄົນ ເຊິ່ງ​ທາງ​ເຈົ້າໜ້າທີ່​ກຳ ລັງ​ເລັ່ງຕິດຕາມ​ນຳ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ, ສະນັ້ນ ຈຶ່ງ​ເຕືອນ​ໃຫ້​ສັງຄົມ​ຈົ່ງ​ມີ​ສະຕິ​ລະວັງ​ຕົວ​ຮັກ ສາ​ສິ່ງ​ຂອງ ​ແລະ ຊັບ​ສິນ​ຂອງ​ຕົນ​ໃຫ້​ດີ ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ພັກ​ເຊົາ​ຢູ່​ຫ້ອງ​ແຖວ​ເນື່ອງ​ຈາກ​ກຸ່ມ​ຄົນ​ບໍ່ ດີ​ຍັງ​ສືບຕໍ່​ເຄື່ອນ​ໄຫວ​ສ້າງ​ປະກົດ​ການ​ຫຍໍ້ທໍ້​ຕື່ມ​ອີກ.

No comments:

Post a Comment