Ad

Ad

23 July 2013

ກຽມເປີດການສະແດງຂອງນັກສຶກສາສັນຊາດອາເມລິກາຢູ່ນະຄອນຫລວງວຽງຈັນ



          ໃນວັນທີ 22 ກໍລະກົດນີ້ຢູ່ ສະມາຄົມນັກຂ່າວແຫ່ງປະເທດລາວ, ມູນນິທິ ມໍລະດົກລາວໄດ້ຖະແຫ່ງຂ່າວຕໍ່ສືມວນຊົນກ່ຽວກັບການກຽມເປີດການສະແດງ ຂອງນັກສຶກສາສັນຊາດອາເມຣິກາ, ໂດຍມີ ທ່ານ ນາງ ຈິດຕະພອນ ຄຳປະດິດ ຜູ້ອຳນວຍການມູນນິ ທິມໍລະດົມລາວ, ມີຮອງຫົວໜ້າສະມາຄົມນັກຂ່າວແຫ່ງປະ ເທດລາວ ແລະ ນັກສຶກສາສັນຊາດອາເມຣິ ກາເຂົ້າຮ່ວມ..
         ການາເປີດການສະແດງຂອງນັກສຶກສາດັ່ງກ່າວແມ່ນເພື່ອວັດແທກຄວາມ ຮູ້ໃນການມາທັດສະນະຢູ່ລາວ, ເຂົາເຈົ້າສາ ມາດຮຽນຮູ້ຫຍັງແດ່ໂດຍສະເພາະແມ່ນທາງສີລະປະວັດທະນະທຳຂອງລາວເຮົາ ແລະ ທັງເປັນການແລກປ່ຽນທາງດ້ານສີ ລະປະວັດທະນະທຳ, ເພື່ອຈະນຳ ໄປເຜີຍແຜ່ໃຫ້ຊາວຕ່າງຊາດ ໄດ້ ຮູ້,ໄດ້ເຫັນເຖິງ ຄວາມສຳຄັນ, ຄວາມອ່ອນນ້ອມຂອງວັດ ທະນະທຳລາວ, ການສະແດງດັ່ງກ່າວຈະຈັດຂື້ນໃນວັນ ທີ 27 ກໍລະກົດນີ້,
ຢູ່ຫໍວັດທະນະທຳແຫ່ງຊາດ, ເລີ່ມ ແຕ່ເວລາ 19 : 00 ເປັນຕົ້ນ ໄປ, ໂດຍມີ  10 ລາຍການສະແດງເຊັ່ນ: ຟ້ອນລາວແຄນ, ຟ້ອນມົ້ງລາຍ, ເປົ້າແຄມເຜົ່າຂະມຸ, ຟ້ອນຮານຸມານ ນາງສີດາ, ຟ້ອນຈຳປາປະດັບສີ, ຟ້ອນຜ້າຂະມ້າ, ດົນຕີລາວເດີມ, ເປົ່າແຄມ, ການສະແດງຈາກສະໂມສອນດານຊ້າງ, ສະ ມາຄົມລາວບັ້ງໄຟ ແລະ  ຂະນະໜໍ່ພ້າວຈາກ ແຂວງຫຼວງພະບາງ.
        ນັກສຶກສາດັ່ງກ່າວມາຈາກນະຄອນຫຼວງວໍຊິງຕັນ, ເປັນຄົນເຊື້ອສາຍລາວ, ກຳເນີດຢູ່ສະຫາລັດອາເມຣິກາ, ມາທັດ ສະນະຢູ່ລາວເລື່ມແຕ່ຕົ້ນເດືອນກໍລະກົດ ແລະ ມີກຳນົດຈະເດີີນທາງກັບໃນວັນທີ 31 ກໍລະກົດນີ້.

No comments:

Post a Comment