Ad

Ad

6 August 2013

ເອກະ​ຊົນ​ໄດ້​ມີ​ບົດບາດສຳຄັນ​ໃນ​ການ​ພັດທະນາ​ວຽກ​ງານ​ສື່



         ນັບ​ແຕ່​ພັກ ​ແລະ ລັດ ​ໄດ້​ມີ​ແນວທາງ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ເປັນຕົ້ນມາ ວຽກ​ງານ​ສື່​ມວນ​ຊົນ​ກໍ​ແມ່ນ​ຂະ​ແໜງ​ການ​ໜຶ່ງ​ທີ່​ຖື​ເປັນ​ວຽກ​ປາຍ​ແຫລມ​ໃນ​ການ​ເປັນ​ເຄື່ອງມື ​ເພື່ອ​ໂຄສະ ນາ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ເພື່ອ​ໃຫ້​ທຸກ​ພາກສ່ວນ​ມີ​ຄວາມ​ຕື່ນ​ຕົວ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນສີວິ​ໄລ ​ເຊິ່ງ​ໄລຍະ​ຜ່ານ​ມາ​ພາກ​ເອກະ​ຊົນ​ກໍ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະ ນາ​ວຽກ​ງານ​ສື່.
            ທ່ານ ຫົງ​ຄຳ ສຸວັນນະ​ວົງ ອຳນວຍ​ການ​ສະຖານີ​ໂທລະພາບ TV ລາວ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ ລາວ​ພັດທະ ນາ ​ໃນ​ວັນ​ທີ 5 ສິງຫານີ້ວ່າ: ນັບ​ແຕ່​ພັກ-ລັດ ຖະບານ​ໄດ້​ມີ​ການ​ເປີດ​ກວ້າງ​ນະ​ໂຍບາຍ​ໃນ​ຂະ​ແໜງ​ວຽກ​ງານ​ສື່​ມວນ​ຊົນ​ໃນ​ໄລຍະ​ຫລັງ​ມາ ​ແຕ່​ເຫັນ​ວ່າ​ສື່​ມວນ​ຊົນ​ລາວ​ທຸກຂະ​ແໜງ​ການ​ໄດ້​ມີ​ການ​ພັດທະນາ​ເຕີບ​ໃຫຍ່​ຂະຫຍາຍຕົວ​ເປັນ​ກ້າວໆ​ມາ ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ​ເຊິ່ງສະ​ແດງ​ອອກ​ຄື​ສື່​ສິ່ງ​ພິມ, ວິທະຍຸ ​ແລະ ​ໂທ ລະພາບ​ໄດ້​ມີ​ການ​ຜະລິດ​ບົດຂຽນ, ລາຍ ການ​ຕ່າງໆ​ທີ່​ສາມາດ​ຕອບ​ສະ ໜອງ​ກັບ​ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ສັງຄົມ ທັງ​ດ້ານ​ເນື້ອຫາ​ສາລະ ​ແລະ ສີສັນ​ເພີ່ມ​ຂຶ້ນ. ນອກຈາກ​ນີ້ສື່​ມວນ​ຊົນ​ບາງ​ຂະ​ແໜງ​ກໍ​ໄດ້​ເປີດ​​ເວທີ ​ເພື່ອ​ໃຫ້​ສັງຄົມ​ເຂົ້າມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກອບ​ສະ​ແດງ​ຄຳ​ຄິດ​ເຫັນ, ສ່ອງ​ແສງ ຫລື ວິຈານ​ບັນຫາ​ຕ່າງໆ​ທີ່​ເປັນ​ປາກົດການ​ຫຍໍ້​ທໍ້​ຂອງ​ສັງຄົມ.

             ທ່ານ ອຳນວຍ​ການ​ສະ ຖານີ TV ລາວ ກ່າວ​ວ່າ: ຄຽງ​ຄູ່​ກັບ​ການ​ພັດທະນາ​ດັ່ງກ່າວ, ສື່​ມວນ​ຊົນ​ລາວ​ຍັງ​ຈະ​ຕ້ອງ​ໄດ້​ມີ​ຄວາມ​ບຸກບືນ​ພະຍາຍາມ​ພັດທະ ນາ​ຕົນ​ເອງ​ໃຫ້​ຫລາຍ​ກວ່າ​ເກົ່າ ​ເພື່ອ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໄລຍະ​ໃໝ່, ຍຸກ​ສະ​ໄໝ​ຂອງ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ ​ເປັນຕົ້ນດ້ານ​ເນື້ອ ຫາ​ສາລະ​ຂອງ​ລາຍການ​ຍັງ​ມີ​ຈຳ ກັດ ​ແລະ ບໍ່​ລົງ​ເລິກ​ ດີ​ເທົ່າ​ທີ່​ຄວນ, ການ​ນຳ​ສະ​ເໜີ​ຂ່າວ​ສ່ວນ​ໃຫຍ່​ແມ່ນ​ມີ​ລັກສະນະ​ລວງ​ດຽວ ໝາຍ ວ່າ​ເຫັນ​ແຕ່​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງຂັ້ນ​ເທິງ, ​ແຕ່​ຂ່າວ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ທ້ອງ​ຖິ່ນ​ຫ່າງ​ໄກ​ສອກຫລີກ ລວມ​ໄປ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ປະຊາຊົນ​ຕໍ່​ຂັ້ນ​ເທິງ​ແມ່ນ​ມີ​ໜ້ອຍ. ຄຽງ​ຄູ່​ກັນນັ້ນ ​ແຕ່​ລະ​ອົງ​ກອນ​ສື່​ກໍ​ຕ້ອງ​ເພີ່ມ​ທະວີ​ການ​ລົງ ທຶນ​ໃສ່​ລະ​ບົບ​ເຕັກນິກ ​ແລະ ບຸກຄະລາ​ກອນ​ໃຫ້​ຫລາຍ​ກວ່າ​ເກົ່າ ​ເພື່ອ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ ​ແລະ ສາມາດ​​ເຊື່ອມ​ໂຍງ​ກັບ​ສາ ກົນ ​ແລະ ພາກພື້ນ.
               ທ່ານ​ອຳນວຍ​ການ​ສະ ຖານີ TV ລາວ ກ່າວ​ວ່າ: TV Lao ​ແມ່ນ​ສະຖານີ​ໂທລະພາບ​ເອກະ​ຊົນ​ລາວ​ລົງທຶນ 100% ​ໄດ້​ເລີ່​ມອອກ​ອາກາດ​ໃນ​ທ້າຍ​ປີ 2012 ​ເປັນຕົ້ນມາ ​ເຊິ່ງ​ໄດ້​ປະຕິບັດ​ພາ ລະ​ບົດບາດ​ຂອງ​ຕົນ​ພາຍ​ໃຕ້​ລະບຽບ​ທີ່​ກະ ຊວງ​ຖະ​ແຫລ​ງຂ່າວ​, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ວາງ​ອອກ ​ໂດຍ​ການ​ເຮັດ​ໜ້າ​ທີ່​ຜະລິດ​ສື່​ໂທລະພາບຜະລິດລາຍການ ຕ່າງໆເພື່ອໂຄສະນາເຜີຍແຜ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ໂຄສະນາຜົນສຳເລັດໃນການພັດ ທະນາເສດ ຖະກິດ-ສັງຄົມໄດ້ສຳເລັດດ້ວຍດີຕະຫລອດມາ ແລະ ໄດ້ຮັບຄວາມຍ້ອງຍໍຈາກພາກລັດ ແລະ ເອກະຊົນ, ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ປັດຈຸບັນສະຖານີໄດ້ອອກອາກາດດ້ວຍລະບົບຊັດແຈ້ງສູງ (HD) ​ເຊິ່ງ​ເປັນ​ລະ ບົບ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ການ​ສົ່ງ​ສັນຍານ​ອອກ​ອາກາດ​ໃນ​ປັດຈຸບັນ.

No comments:

Post a Comment